ນັບແສນຄົນຍົກຍ້າຍຢູ່ເຂດ ກາຊາ ປະເຊີນໜ້າກັບຄວາມສ່ຽງຄ້າຍລີ້ໄພຊົ່ວຄາວຖືກນ້ຳຖ້ວມຍ້ອນຝົນຕົກໜັກ
ນັບແສນຄົນຍົກຍ້າຍຢູ່ເຂດ ກາຊາ ປະເຊີນໜ້າກັບຄວາມສ່ຽງຄ້າຍລີ້ໄພຊົ່ວຄາວຖືກນໍ້າຖ້ວມຍ້ອນຝົນຕົກໜັກ. ນີ້ເມ່ນຂໍ້ມູນໂດຍອົງການອົບພະຍົບສາກົນ (IOM) ຂອງ ສປຊ ປະກາດໃນວັນທີ 12 ທັນວາ. ຝົນຕົກໜັກທີ່ເກີດຂຶ້ນໃນວັນທີ 11 ທັນວາ, ໄດ້ເຮັດໃຫ້ຄ້າຍລີ້ໄພຂອງນັບຮ້ອຍຄອບຄົວຖືກນໍ້າຖ້ວມ.
ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ໄດ້ຮັບການຮັກສານັບແຕ່ເດືອນຕຸລາ ມາຮອດປັດຈຸບັນ, ແຕ່ການປະທະກັນໄດ້ມ້າງທຳລາຍພື້ນຖານໂຄງລ່າງສ່ວນໃຫຍ່ຂອງເຂດດິນແດນດັ່ງກ່າວ ແລະເງື່ອນໄຂດຳລົງຊີວິດກໍປະສົບກັບຄວາມຫຍຸ້ງຍາກຢ່າງຮ້າຍແຮງທີ່ສຸດ. ບັນດາເຈົ້າໜ້າທີ່ ສປຊ ແລະປາແລັດສະຕິນ ຖືວ່າ ຕ້ອງຮີບເຮັ່ງສະໜອງຕູບຢ່າງໜ້ອຍສຸດ 300.000 ຕູບ ໃຫ້ແກ່ປະມານ 1,5 ລ້ານຄົນພວມດຳລົງຊີວິດຢູ່ໃນສະພາບຊົ່ວຄາວຢູ່ທີ່ນີ້.
ແຫຼ່ງຄັດຈາກ: vovworld.vn