ເມື່ອກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານ Alain Berset ເລຂາທິການໃຫຍ່ສະພາເອີຣົບ ໄດ້ເນັ້ນໜັກວ່າ ເອີຣົບ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ ແລະບັນຫາອົບພະຍົບແມ່ນໜຶ່ງໃນບັນດາຄວາມວິຕົກກັງວົນນັ້ນ. ທ່ານ ເນັ້ນໜັກວ່າ ການປຶກສາຫາລືຢູ່ Strasbourg ບໍ່ແມ່ນເພື່ອ “ປ່ຽນແປງ” ສົນທິສັນຍາເອີຣົບ ວ່າດ້ວຍສິດທິມະນຸດ, ແທນທີ່ນັ້ນ, ໜ້າທີ່ຂອງບັນດາປະເທດແມ່ນຮັກສາໃຫ້ສົນທິສັນຍາສະບັບນີ້ “ເຂັ້ມແຂງ ແລະມີຄວາມສອດຄ່ອງ”, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງສິດເສລີ ແລະຄວາມໝັ້ນຄົງ, ຍຸຕິທຳ ແລະ ຄວາມຮັບຜິດຊອບ.

ບັນດາວາລະປຶກສາຫາລືຢູ່ Strasbourg ຄາດວ່າໄດ້ເຕື້ອງເຖິງບັນດາບັນຫາ ຄື: ປາບປາມໄພການຄ້າມະນຸດ, ຂໍ້ກໍານົດກ່ຽວກັບ “ສູນຮອງຮັບ” ຢູ່ນອກເອີຣົບ ແລະ ກົນໄກໝູນໃຊ້ມາດຕາທີ 8 (ສິດຄອບຄົວ) ແລະ ມາດຕາທີ 3 (ຫ້າມການປະພຶດແບບໄຮ້ມະນຸດສະທຳ) ເຊິ່ງ ກ່ຽວຂ້ອງເຖິງບັນດາກໍລະນີອົບພະຍົບ.

ແຫຼ່ງຄັດຈາກ: vovworld.vn