ຕາມຜູ້ອຳນວຍການ IMF, ທ່ານນາງ Kristallina Georgieva ແລ້ວ, IMF ຄາດຄະເນອັດຕາເຕີບໂຕຂອງ ຈີນ ໃນປີນີ້ ຈະບັນລຸ 5%, ໃນນັ້ນ ການສົ່ງອອກສຸດທິປະກອບເຖິງ 1,1% ໃນອັດຕາການເຕີບໂຕທັງໝົດ. IMF ກໍໃຫ້ຮູ້ຕື່ມອີກວ່າ ພື້ນຖານເສດຖະກິດ 19.000 ຕື້ USD ນີ້ ພວມຢູ່ໃນທ່າປະກອບສ່ວນເຖິງ 30% ເຂົ້າໃນການເຕີບໂຕທົ່ວໂລກໃນປີນີ້. IMF ກໍຍົກລະດັບການເຕີບໂຕຂອງພື້ນຖານເສດຖະກິດ ຈີນ ໃນປີໜ້າຂຶ້ນເຖິງ 4,5%, ສູງກວ່າ 0,3% ເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ.

leftcenterrightdel
ທ່ານນາງ Kristallina Georgieva ຜູ້ອຳນວຍການ IMF. ພາບ: REUTERS/Tingshu Wang

ໃນກອງປະຊຸມສະຫຼຸບ, ທ່ານນາງ Georgieva ກໍຮຽກຮ້ອງໃຫ້ ຈີນ ຍົກອອກ “ການເລືອກເຟັ້ນຢ່າງກ້າຫານ” ນັ້ນແມ່ນຍູ້ແຮງການປະຕິຮູບໂຄງປະກອບ ແນໃສ່ຫັນປ່ຽນໄປສູ່ຮູບແບບອີງໃສ່ການບໍລິໂພກ ແລະ ຈຳກັດການເອື່ອຍອີງເຂົ້າການສົ່ງອອກ.

ແຫຼ່ງຄັດຈາກ vovworld.vn