ການຕັດສິນດັ່ງກ່າວໄດ້ຍົກມາພາຍຫຼັງກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນຂອງຄະນະກຳມະການການຕະຫຼາດເປີດສະຫະລັດ (FOMC),  ອົງການວາງແຜນກຳນົດນະໂຍບາຍຂອງ Fed, ຕາມນັ້ນແລ້ວ ອັດຕາດອກເບ້ຍສະຫະລັດໄດ້ຫຼຸດລົງແຕ່ 3,5% - 3,75%.  ນີ້ແມ່ນຄັ້ງທີ 3 ໃນຮອບເວລາ 4 ເດືອນທີ່ Fed ຫຼຸດອັດຕາດອກເບ້ຍລົງ.

leftcenterrightdel
ທ່ານປະທານທະນາຄານສູນກາງສະຫະລັດ ອາເມລິກາ Jerome Powell. ພາບ: REUTERS/Kevin Lamarque

ໃນແຈ້ງການໜຶ່ງ, FOMC ຊີ້ແຈ້ງວ່າ ບັນດາຕົວເລກອັບເດດໄດ້ຊີ້ໃຫ້ເຫັນການເຄື່ອນໄຫວເສດຖະກິດພວມໄດ້ຮັບການເປີດກວ້າງດ້ວຍລະດັບພໍດີ, ການເຕີບໂຕດ້ານວຽກເຮັດງານທຳຊ້າກວ່າໃນປີນີ້ ແລະ ອັດຕາວ່າງງານໄດ້ເພີ່ມຂຶ້ນເລັກໜ້ອຍໜຶ່ງ ໄລ່ຮອດເດືອນ ກັນຍາຜ່ານມາ. ດັ່ງນັ້ນ, ເພື່ອໜູນຊ່ວຍບັນດາເປົ້າໝາຍໄດ້ວາງອອກ, Fed  ຕົກລົງຫຼຸດອັດຕາດອກເບ້ຍເງິນກູ້ໃນຂ້າມຄືນລົງຕື່ມອີກ 0,25 ຈຸດສ່ວນຮ້ອຍ. ເຖິງຢ່າງໃດກໍຕາມ, Fed ຢັ້ງຢືນວ່າ ຈະຕີລາຄາບັນດາຂໍ້ມູນໃກ້ຈະມາເຖິງຢ່າງລະອຽດລະອໍ ເພື່ອດັດປັບນະໂຍບາຍເງິນຕາຢ່າງເໝາະສົມ, ບໍ່ກໍ່ຄວາມກົດດັນຕໍ່ພື້ນຖານເສດຖະກິດ ແລະມຸ່ງໄປເຖິງເປົ້າໝາຍນຳໄພເງິນເຟີ້ກັບຄືນສູ່ລະດັບເປົ້າໝາຍ 2%.

ແຫຼ່ງຄັດຈາກ vovworld.vn