ອາເມລິກາ ຈະຂາຍຊິບຂັ້ນສູງຂອງ Nvidia ໃຫ້ແກ່ ຈີນ
ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານ ຈະຕົກລົງເຫັນດີໃຫ້ກຸ່ມບໍລິສັດ Nvidia ຂາຍຊິບຂັ້ນສູງ H200 ໃຫ້ແກ່ບັນດາລູກຄ້າທີ່ໄດ້ຮັບການຕົກລົງຮອງຮັບເອົາຢູ່ ຈີນ ໄປຄຽງຄູ່ກັບເງື່ອນໄຂທີ່ວ່າ, ລັດຖະບານ ອາເມລິກາ ຈະໄດ້ຮັບ 25% ຂອງລາຍຮັບຈາກການຂາຍຊິບໃຫ້ແກ່ ປັກກິ່ງ.
ເມື່ອຂຽນລົງສື່ສັງຄົມອອນໄລ ໃນຕອນຄ່ຳວັນທີ 9 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານ ຈະຕົກລົງເຫັນດີໃຫ້ກຸ່ມບໍລິສັດ Nvidia, ມີສຳນັກງານຕັ້ງຢູ່ລັດ California ຂາຍຊິບຂັ້ນສູງ H200 ໃຫ້ແກ່ບັນດາລູກຄ້າທີ່ໄດ້ຮັບການຕົກລົງຮອງຮັບເອົາຢູ່ ຈີນ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວຈະໄປຄຽງຄູ່ກັບເງື່ອນໄຂທີ່ວ່າ, ລັດຖະບານ ອາເມລິກາ ຈະໄດ້ຮັບ 25% ຂອງລາຍຮັບຈາກການຂາຍຊິບໃຫ້ແກ່ ປັກກິ່ງ.
ກ່ອນໜ້ານັ້ນ ໃນເດືອນສິງຫາ ຜ່ານມາ, Nvidia ແລະ AMD ໄດ້ເຫັນດີແບ່ງປັນກັບລັດຖະບານ ອາເມລິກາ 15% ລາຍຮັບທີ່ເກັບມາຈາກການເຄື່ອນໄຫວຂາຍຊິບໃຫ້ແກ່ ຈີນ. ປັດຈຸບັນ, ຊິບ H200 ທີ່ທ່ານ Trump ອະນຸຍາດໃຫ້ຂາຍນັ້ນ ແມ່ນລຸ້ນດີ ແຕ່ບໍ່ແມ່ນລຸ້ນຊິບມີພະລັງແຮງສຸດຂອງ Nvidia.
ຕາມທ່ານ Trump ແລ້ວ, ເລື່ອງຊື້ - ຂາຍ ຈະໄດ້ຮັບການປະຕິບັດ “ໃນບັນດາເງື່ອນໄຂທີ່ອະນຸຍາດເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດ”.
ແຫຼ່ງຄັດຈາກ: vovworld.vn