leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ຕາມເຈົ້າໜ້າທີ່ທ່ານນີ້ ແລ້ວ, ສິນຄ້າ ແລະເຄື່ອງຊ່ວຍເຫຼືອຈາກ ຈໍແດນ ຈະໄດ້ຮັບອະນຸຍາດໃຫ້ຂົນສົ່ງເຂົ້າເຂດຝັ່ງຕາເວັນຕົກ ແລະເຂດກາຊາ “ຕາມການແນະນຳ ແລະຂໍ້ຕົກລົງຂອງລັດຖະບານ” ອິດສະຣາແອັນ. ລົດຂົນສົ່ງເຄື່ອງຊ່ວຍເຫຼືອໄປຍັງເຂດ ກາຊາ ທຸກຄັນນັ້ນ ຈະໄດ້ຮັບການປ້ອງກັນພາຍຫຼັງກວດກາຄວາມໝັ້ນຄົງປອດໄພຢ່າງເຂັ້ມງວດ.

ດ່ານຊາຍແດນນີ້ຢູ່ຟາກ ອິດສະຣາແອັນ ເອີ້ນວ່າ ຂົວ  Allenby ແລະ ຟາກ ຈໍແດນ ເອີ້ນວ່າ ຂົວ King Hussein. ນີ້ແມ່ນດ່ານຊາຍແດນໜຶ່ງດຽວທີ່ອະນຸຍາດໃຫ້ຊາວປາແລັດສະຕິນ ຢູ່ຝັ່ງຕາເວັນຕົກເຂົ້າ-ອອກເມືອງດ້ວຍທາງບົກ, ພ້ອມທັງແມ່ນເສັ້ນທາງການຄ້າສຳຄັນສຳລັບລົດຂົນສົ່ງສິນຄ້າລະຫວ່າງ ຈໍແດນ ແລະຝັ່ງຕາເວັນຕົກ.

ແຫຼ່ງຄັດຈາກ: vovworld.vn