ນີ້ແມ່ນງວດເຄື່ອງຊ່ວຍເຫຼືອມະນຸດສະທຳຖ້ຽວທີ 89 ໂດຍອົງການຊີກວົງເດືອນແດງຂອງ ອີຢິບ ຂົນສົ່ງເຂົ້າເຂດ ກາຊາ. ຖ້ຽວຕໍ່ໄປກໍພວມກະກຽມຢ່າງຮີບເຮັ່ງ ແລະອາດຈະສົ່ງເຖິງເຂດ ກາຊາ ໃນສອງ, ສາມຊົ່ວໂມງຈະມາເຖິງ.
ກໍໃນວັນດຽວກັນ, ບັນດາແຫຼ່ງຂ່າວ ປາແລັດສະຕິນ ໄດ້ກ່າວຫາກອງທັບອິດສະຣາແອັນ ດຳເນີນບັ້ນບຸກໂຈມຕີທາງອາກາດເຂົ້າເຂດກາຊາ ຢ່າງໜ້ອຍສຸດ 2 ບັ້ນຕື່ມອີກ. ບັ້ນບຸກໂຈມຕີທີ 1 ເລັ່ງໃສ່ຄ້າຍລີ້ໄພ Jabalia, ທາງທິດເໜືອເຂດກາຊາ, ເຮັດໃຫ້ແມ່ຍິງໜຶ່ງຄົນເສຍຊີວິດ ແລະຜູ້ຖືກບາດເຈັບ 6 ຄົນ. ບັ້ນບຸກໂຈມຕີທີ 2 ໄດ້ເລັ່ງໃສ່ເຂດ Deir al-Balah ຢູ່ໃຈກາງເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.
ແຫຼ່ງຄັດຈາກ vovworld.vn
Type the code from the image