ສປຊ ຮຽກຮ້ອງລະດົມເງິນ 33 ຕື້ໂດລາສະຫະລັດ ເພື່ອຊ່ວຍເຫຼືອ 135 ລ້ານຄົນທີ່ຕ້ອງການໄດ້ຮັບຊ່ວຍເຫຼືອ
ວັນທີ 8 ທັນວາ, ຫ້ອງວ່າການປະສານງານບັນດາບັນຫາມະນຸດສະທໍາຂອງ ສປຊ (OCHA) ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນປະກອບເງິນ 33 ຕື້ໂດລາສະຫະລັດ ໃຫ້ແກ່ປີ 2026 ເພື່ອຊ່ວຍເຫຼືອປະຊາຊົນປະມານ 135 ລ້ານຄົນ ພວມຮັບມືກັບຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໄພພິບັດທຳມະຊາດ, ໂລກລະບາດ ແລະສະພາວະຂາດແຄນສະບຽງອາຫານ.
    |
 |
|
ເດັກນ້ອຍຊາວປາແລັດສະຕິນ ລໍຖ້າອາຫານຂໍອາຫານ, ຢູ່ Khan Younis, ທາງທິດໃຕ້ເຂດ Gaza, ວັນທີ 4 ສິງຫາ 2025. ພາບເອກະສານ: REUTERS/Hatem Khaled |
ຕາມອົງການ OCHA ແລ້ວ, ອົງການນີ້ຕ້ອງການເງິນຫຼາຍກວ່າ 4,1 ຕື້ໂດລາສະຫະລັດ ໃນປີ 2026 ເພື່ອຊ່ວຍເຫຼືອຊາວປາແລັດສະຕິນ 3 ລ້ານຄົນ; 2,9 ຕື້ໂດລາສະຫະລັດ ຊ່ວຍເຫຼືອໃຫ້ແກ່ປະຊາຊົນຊູດັງ ທີ່ພວມຕົກເຂົ້າສູ່ວິກິດການອົບພະຍົບຄັ້ງໃຫຍ່ສຸດຢູ່ໂລກ ແລະ 2,8 ຕື້ໂດລາສະຫະລັດ ໃຫ້ແກ່ການຟື້ນຟູ ຊີຣີ ພາຍຫຼັງຖືກທຳລາຍຈາກສົງຄາມມາຫຼາຍປີ.
ຕາມການຄາດຄະເນຂອງ ສປຊ ແລ້ວ, ມີປະຊາຊົນປະມານ 240 ລ້ານຄົນຢູ່ບັນດາເຂດເກີດການປະທະກັນ, ໂລກພະຍາດ, ໄພພິບັດທຳມະຊາດ ແລະການປ່ຽນແປງຂອງດິນຟ້າອາກາດ ພວມຕ້ອງການໄດ້ຮັບການຊ່ວຍເຫຼືອດ່ວນ. ໃນປີ 2025 ນີ້, ສປຊ ໄດ້ຮັບເງິນຊ່ວຍເຫຼືອພຽງ 12 ຕື້ໂດລາສະຫະລັດເທົ່ານັ້ນ ໃນຂະນະທີ່ຈຳນວນເງິນຕ້ອງການແມ່ນກວ່າ 45 ຕື້ໂດລາສະຫະລັດ. ນີ້ກໍແມ່ນຈຳນວນເງິນຊ່ວຍເຫຼືອປະຈຳປີທີ່ຕ່ຳທີ່ສຸດ ເຊິ່ງ ອົງການຫຼາຍຝ່າຍໃຫຍ່ສຸດຂອງໂລກນີ້ໄດ້ຮັບໃນທົດສະວັດຜ່ານມາ ແລະ ສາມາດຊ່ວຍເຫຼືອໃຫ້ປະຊາຊົນໄດ້ພຽງ 98 ລ້ານຄົນເທົ່ານັ້ນ, ໜ້ອຍກວ່າປີກາຍນີ້ແມ່ນກວ່າ 25 ລ້ານຄົນ.
ແຫຼ່ງຄັດຈາກ vovworld.vn