ວັນທີ 7 ທັນວາ, ສື່ມວນຊົນທ້ອງຖິ່ນ ແລະ ສະຫະປະຊາຊາດ ໃຫ້ຮູ້ວ່າ ເຈົ້າໜ້າທີ່ ນີເຊເຣຍ ໄດ້ກອບກູ້ນັກຮຽນ 100 ຄົນຖືກບັນດາມືປືນລັກຈັບຕົວໃຫ້ອອກຈາກໂຮງຮຽນກາໂຕນິກແຫ່ງໜຶ່ງໃນເດືອນພະຈິກ, ແຕ່ຍັງບໍ່ທັນຮູ້ວ່ານັກຮຽນ ແລະ ພາລະກອນຂອງໂຮງຮຽນ 165 ຄົນເປັນຄືແນວໃດ. ສື່ມວນຊົນທ້ອງຖິ່ນກໍ່ບໍ່ສະໜອງລາຍລະອຽດກ່ຽວກັບບັ້ນກອບກູ້ໄດ້ປະຕິບັດຜ່ານການເຈລະຈາ ຫຼື ນຳໃຊ້ກຳລັງການທະຫານ, ກໍຄືຈຳນວນນັກຮຽນ ແລະ ພາລະກອນທີ່ຍັງເຫຼືອ.

leftcenterrightdel
ພາບປະກອບຈາກ Daily Post.

ເດືອນ ພະຈິກ ຜ່ານມາ, ມີນັກຮຽນ ແລະ ພາລະກອນ 315 ຄົນຖືກລັກຈັບຕົວໃຫ້ອອກຈາກໂຮງຮຽນກິນນອນ St. Mary’s ຢູ່ລັດ Niger. ໃນທັນທີ 50 ຄົນໜີໄປໄດ້ ແລະ 265 ຄົນໄດ້ຮັບຖືວ່າ ຖືກກຸ່ມລັກຈັບຕົວກັກຂັງ.

ແຫຼ່ງຄັດຈາກ vovworld.vn