ອິນເດຍ ແລະ ລັດເຊຍ ເພີ່ມທະວີການຮ່ວມມືຍຸດທະສາດ
ອິນເດຍ ແລະ ລັດເຊຍ ໄດ້ຢືນຢັນເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍຄືນໃໝ່ໃຫ້ຂຶ້ນລະດັບ 100 ຕື້ ໂດລາສະຫະລັດ ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງ ແລະຍືນຍົງ.
    |
 |
|
ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ ແລະທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ. ພາບ: REUTERS/Adnan Abidi |
ວັນທີ 5 ທັນວາ, ທ່ານ Narendra Modi, ນາຍົກລັດຖະມົນຕີ ອິນເດຍ ແລະທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໄດ້ລົງນາມໃນຖະແຫຼງການຮ່ວມພາຍຫຼັງກອງປະຊຸມສຸດຍອດອິນເດຍ - ລັດເຊຍ ຄັ້ງທີ 23 ທີ່ຈັດຂຶ້ນຢູ່ນະຄອນຫຼວງນິວເດລີ, ອິນເດຍ. ຖະແຫຼງການຮ່ວມໄດ້ເນັ້ນໜັກເຖິງການເພີ່ມທະວີການຮ່ວມມືຍຸດທະສາດໃນຫຼາຍຂົງເຂດຫຼັກແຫຼ່ງ.
ກ່ຽວກັບດ້ານເສດຖະກິດ - ການຄ້າ, ອິນເດຍ ແລະລັດເຊຍ ໄດ້ຢືນຢັນເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍຄືນໃໝ່ໃຫ້ຂຶ້ນລະດັບ 100 ຕື້ ໂດລາສະຫະລັດ ໃນປີ 2030 ຕາມທິດສ້າງຄວາມດຸ່ນດ່ຽງ ແລະຍືນຍົງ. ໃນຂົງເຂດປ້ອງກັນຊາດ, 2 ຝ່າຍໄດ້ເນັ້ນໜັກເຖິງການກຳນົດທິດຫັນໄປສູ່ເລື່ອງພ້ອມກັນຄົ້ນຄວ້າ, ພັດທະນາ ແລະຜະລິດບັນດາລະບົບປ້ອງກັນຊາດຢູ່ ອິນເດຍ ສອດຄ່ອງກັບຂໍ້ລິເລິ່ມ “ຜະລິດຢູ່ ອິນເດຍ”, ມຸ່ງໄປເຖິງການສົ່ງອອກໄປສູ່ປະເທດທີ 3.
ແຫຼ່ງຄັດຈາກ: vovworld.vn