ອາເມລິກາ ປະກາດຍຸດທະສາດຄວາມໝັ້ນຄົງແຫ່ງຊາດພາຍໃຕ້ສະໄໝປະທານາທິບໍດີ Donald Trump
ທ່ານ Donald Trump ໄດ້ເອີ້ນຍຸດທະສາດໃໝ່ນີ້ແມ່ນເສັ້ນທາງຮັບປະກັບໃຫ້ ອາເມລິກາ ຍັງແມ່ນປະເທດທີ່ຍິ່ງໃຫຍ່ ປະສົບຜົນສຳເລັດທີ່ສຸດໃນປະຫວັດສາດຂອງມວນມະນຸດ, ແມ່ນບ້ານເກີດເມືອງນອນຂອງຄວາມເສລີ.
    |
 |
|
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ. ພາບ: REUTERS/Brian Snyder |
ວັນທີ 5 ທັນວາ, ອາເມລິກາ ໄດ້ປະກາດເອກະສານຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ ຍາວ 33 ໜ້າ, ໃນນັ້ນ ໄດ້ວາງອອກບັນດາບຸລິມະສິດໃນນະໂຍບາຍຄວາມໝັ້ນຄົງພາຍໃນ ແລະການຕ່າງປະເທດ ພາຍໃຕ້ສະໄໝຂອງ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ. ທ່ານ Donald Trump ໄດ້ເອີ້ນຍຸດທະສາດໃໝ່ນີ້ແມ່ນເສັ້ນທາງຮັບປະກັບໃຫ້ອາເມລິກາ ຍັງແມ່ນປະເທດທີ່ຍິ່ງໃຫຍ່ ປະສົບຜົນສຳເລັດທີ່ສຸດໃນປະຫວັດສາດຂອງມວນມະນຸດ, ແມ່ນບ້ານເກີດເມືອງນອນຂອງຄວາມເສລີ.
ຍຸດທະສາດຄວາມໝັ້ນຄົງແຫ່ງຊາດໃໝ່ດັ່ງກ່າວ ໄດ້ຢືນຢັນທ່ານປະທານາທິບໍດີ Donald Trump ຈະຮັກສາການມີໜ້າດ້ານການທະຫານຢ່າງໃຫຍ່ຫຼວງກວ່າຢູ່ຊີກໂລກຕາເວັນຕົກ ໃນອະນາຄົດ ເພື່ອຕ້ານການອົບພະຍົບແບບຜິດກົດໝາຍ, ຢາເສບຕິດ ແລະການຟື້ນຕົວຂອງບັນດາກຳລັງທີ່ເປັນປໍລະປັກຢູ່ພາກພື້ນ. ນີ້ແມ່ນການປ່ຽນແປງເມື່ອທຽບໃສ່ກັບອຳນາດການປົກຄອງກ່ອນ, ເຊິ່ງເຄີຍໃຫ້ບຸລິມະສິດບັນດາເຂດ ແລະຫົວເລື່ອງອື່ນ, ຕົວຢ່າງຄື ການປະເຊີນໜ້າກັບ ລັດເຊຍ ແລະຈີນ, ຫຼື ການຕ້ານການກໍ່ການຮ້າຍ.
ກ່ຽວກັບບັນຫາການປະທະກັນຢູ່ ຢູແກຼນ, ເອກະສານດັ່ງກ່າວຊີ້ແຈ້ງວ່າ ຜົນປະໂຫຍດຫຼັກແຫຼ່ງຂອງ ອາເມລິກາ ແມ່ນເຈລະຈາການຢຸດຍິງໂດຍໄວ ແລະຫຼຸດຜ່ອນຄວາມສ່ຽງປະເຊີນໜ້າລະຫວ່າງ ລັດເຊຍ ແລະບັນດາປະເທດ ເອີລົບ.
ແຫຼ່ງຄັດຈາກ: vovworld.vn