leftcenterrightdel
ພາບປະກອບ: REUTERS/Tingshu Wang

ບັນດານັກການທູດແຖວໜ້າຂອງ 8 ປະເທດ ອາຣັບ ແລະອິດສະລາມ ຖືວ່າ ເລື່ອງ ອິດສະຣາແອັນ ຖະແຫຼງພຽງລຳພັງຝ່າຍດຽວເລື່ອງເປີດປະຕູດ່ານຊາຍແດນ Rafah ເຊື່ອມຕໍ່ເຂດ ກາຊາ ກັບແຫຼມ Shinai ຂອງ ອີຢິບ ຄືນໃໝ່ແມ່ນເພື່ອແນໃສ່ເນລະເທດຊາວ ປາແລັດສະຕິນ ໃຫ້ອອກຈາກເຂດດິນແດນນີ້.

ໃນຖະແຫຼງການຮ່ວມທີ່ປະກາດໃນວັນທີ 5 ທັນວາ, ລັດຖະມົນຕີການຕ່າງປະເທດຂອງ 8 ປະເທດ ອາຣັບ ແລະອິດສະລາມ, ລວມມີ: ອີຢິບ, ກາຕາ, ຕວັກກີ, ຊະອຸດີ ອາຣະເບຍ, UAE, ຈໍແດນ, ອິນໂດເນເຊຍ ແລະປາກິດສະຖານ ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງອິດສະຣາແອັນ ແຈ້ງເປີດການໄປມາສົ້ນດຽວຂອງດ່ານຊາຍແດນ Rafah ວ່າຈະແມ່ນເພື່ອເນລະເທດປະຊາຊົນ ປາແລັດສະຕິນ ໃຫ້ອອກຈາກເຂດ ກາຊາ. ຖະແຫຼງການດັ່ງກ່າວໄດ້ປະກາດໃນ 2 ວັນ, ພາຍຫຼັງທີ່ ອິດສະຣາແອັນ ແຈ້ງວ່າ ຈະເປີດປະຕູສົ້ນດຽວຂອງດ່ານຊາຍແດນ Rafah, ເພື່ອໃຫ້ຊາວປາແລັດສະຕິນ ຍົກຍ້າຍໄປດິນແດນອີຢິບ. ເຖິງຢ່າງໃດກໍ່ຕາມ, ວັນທີ 4 ທັນວາ, ອີຢິບ ປະຕິເສດຂໍ້ມູນທີ່ວ່າ ປະເທດນີ້ໄດ້ສົມທົບກັບ ອິດສະຣາແອັນ ດຳເນີນການເຄື່ອນໄຫວຂອງດ່ານຊາຍແດນ Rafah ຄືນໃໝ່.

ແຫຼ່ງຄັດຈາກ: vovworld.vn