ຄະນະຜູ້ແທນສະພາຄວາມໝັ້ນຄົງ ສປຊ ເດີນທາງໄປຢ້ຽມຢາມ ຊີຣີ ເປັນເທື່ອທຳອິດ
ຄາດວ່າ ຄະນະຜູ້ແທນຈະພົບປະກັບບັນດາການນຳອຳນາດການປົກຄອງໃໝ່, ໃນນັ້ນ ມີທ່ານ Ahmed al-Sharaa ປະທານາທິບໍດີຊົ່ວຄາວ, ພ້ອມດ້ວຍຜູ້ຕາງໜ້າພົນລະເຮືອນ.
ວັນທີ 4 ທັນວາ, ຄະນະຜູ້ແທນຂອງສະພາຄວາມໝັ້ນຄົງ ສປຊ ໄດ້ເດີນທາງໄປຢ້ຽມຢາມ ຊີຣີ ເປັນເທື່ອທຳອິດ ພາຍຫຼັງກວ່າ 1 ທົດສະວັດທີ່ເກີດການປະທະກັນ. ຄາດວ່າ ຄະນະຜູ້ແທນຈະພົບປະກັບບັນດາການນຳອຳນາດການປົກຄອງໃໝ່, ໃນນັ້ນ ມີທ່ານ Ahmed al-Sharaa ປະທານາທິບໍດີຊົ່ວຄາວ, ພ້ອມດ້ວຍຜູ້ຕາງໜ້າພົນລະເຮືອນ. ຄະນະຜູ້ແທນກໍຈະໄປສຳຫຼວດເຂດ Jobar, ຢູ່ຊານເມືອງ Damascus, ບ່ອນທີ່ເຄີຍຖືກທຳລາຍຢ່າງໜັກໜ່ວງໃນບັ້ນສົງຄາມ.
    |
 |
|
ທ່ານ Ahmed al-Sharaa ຕ້ອນຮັບຄະນະຜູ້ແທນສະພາຄວາມໝັ້ນຄົງ ສປຊ ໃນວັນທີ 4 ທັນວາ 2025. ພາບ: REUTERS/Khalil Ashawi |
ທ່ານ Samuel Zbogar, ເອກອັກຄະລັດຖະທູດ ສະໂລເວນີ, ປະເທດປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ, ໃຫ້ຮູ້ວ່າ ຈຸດປະສົງຂອງການປະຕິບັດງານຄັ້ງນີ້ແມ່ນຟື້ນຟູຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສປຊ ແລະ ອຳນາດການປົກຄອງໃໝ່ຂອງຊີຣີ, ພ້ອມທັງສະແດງຄວາມຫວັງຕໍ່ກັບວິວັດທະນາການຂ້າມຜ່ານຢ່າງຮອບດ້ານ, ການເຕີບໂຕແບບກວມລວມ ແລະການຕ້ານການກໍ່ການຮ້າຍ. ທ່ານ Zbogar ຕີລາຄາວ່າ ການຢ້ຽມຢາມໄດ້ດຳເນີນໃນ “ຈຸດເວລາແກ່ນສານ” ສຳລັບ ຊີຣີ ແລະ ລີບັງ. ຄາດວ່າ, ຄະນະຜູ້ແທນສະພາຄວາມໝັ້ນຄົງ ສປຊ ຈະສືບຕໍ່ໄປຢ້ຽມຢາມປະເທດ ລີບັງ ໃນ 2 ວັນຈະມາເຖິງ.
ແຫຼ່ງຄັດຈາກ vovworld.vn