ທ່ານປະທານາທິບໍດີ Putin ເຊີດຊູບົດບາດຂອງທ່ານນາຍົກລັດຖະມົນຕີ ອິນເດຍ Modi ໃນການຊຸກຍູ້ການຮ່ວມມືລະຫວ່າງ ລັດເຊຍ - ອິນເດຍ ໃນຫຼາຍຂົງເຂດແກ່ນສານ, ລວມມີເສດຖະກິດ, ການປ້ອງກັນຊາດ, ການພົບປະແລກປ່ຽນມະນຸດສະທຳ ແລະ ເຕັກໂນໂລຢີສູງ. ການສົມທົບລະຫວ່າງສອງຝ່າຍໄດ້ດຳເນີນບົນພື້ນຖານຂອງວິໄສທັດຮ່ວມ ແລະ ຄວາມເຫັນດີເຫັນພ້ອມຍຸດທະສາດ, ສິ່ງດັ່ງກ່າວຊ່ວຍໃຫ້ຄູ່ຮ່ວມມື ລັດເຊຍ - ອິນເດຍ ສືບຕໍ່ພັດທະນາຢ່າງແຮງ ໂດຍບໍ່ຫົວຊາຕໍ່ບັນດາການຜັນແປຂອງສາກົນ.

leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi  ນັ່ງລົດຄັນດຽວກັນ, ຢູ່ ອິນເດຍ ໃນວັນທີ 4 ທັນວາ 2025. ພາບ: Sputnik/Grigory Sysoev/Pool qua REUTERS

ຕາມທ່ານປະທານາທິບໍດີ Putin ແລ້ວ, ການຮ່ວມມືດ້ານພະລັງງານລະຫວ່າງ ລັດເຊຍ ແລະ ອິນເດຍ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ດົນນານ, ໃນນັ້ນ, ການຮ່ວມມືທາງດ້ານພະລັງງານລະຫວ່າງ 2 ປະເທດນັບມື້ນັບໄດ້ຮັບການປັບປຸງ. ຢູ່ໃນຂົງເຂດປ້ອງກັນຊາດ, ທ່ານປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ປະເທດນີ້ພວມຕັ້ງໜ້າສົມທົບ ແລະ ແບ່ງປັນເຕັກໂນໂລຢີກັບ ອິນເດຍ ແລະ ຖືນີ້ແມ່ນເສົາຄ້ຳສຳຄັນໃນສາຍພົວພັນສອງປະເທດ. ທິດທາງການຮ່ວມມືທີ່ມີກຳລັງບົ່ມຊ້ອນໃນການພົວພັນສອງຝ່າຍ ໂດຍທ່ານ Putin ໄດ້ເນັ້ນໜັກເປັນພິເສດ ນັ້ນແມ່ນ ປັນຍາປະດິດ (AI). ນອກຈາກນັ້ນ, ທ່ານ Putin  ກໍຢັ້ງຢືນວ່າ ວັດທະນະທຳ ລັດເຊຍ ແລະ ອິນເດຍ ມີຫຼາຍຈຸດທີ່ຄ້າຍຄືກັນ, ເຊິ່ງໄດ້ປະກອບສ່ວນສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົບປະແລກປ່ຽນປະຊາຊົນ.

ແຫຼ່ງຄັດຈາກ vovworld.vn