ກ່າວຄຳເຫັນທີ່ກອງປະຊຸມ DealBook ຂອງໜັງສືພິມ New York Times, ທ່ານ Bessent ຢືນຢັນວ່າ ຈີນ ພວມກ້າວເຂົ້າໃກ້ກັບເລື່ອງປະຕິບັດສຳເລັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງດ້ານການຄ້າສອງຝ່າຍ, ລວມມີເລື່ອງຊື້ຖົ່ວເຫຼືອງ 12 ລ້ານໂຕນ-ສິ່ງທີ່ ທ່ານ ໄດ້ຄາດຄະເນວ່າຈະປະຕິບັດສຳເລັດໃນທ້າຍເດືອນ ກຸມພາ 2026.

ທ່ານ ກໍ່ສະແດງຄວາມເຊື່ອໝັ້ນວ່າ ສານສູງສຸດ ອາເມລິກາ ຈະຮັກສາລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາອັດຕາພາສີກວ້າງຂວາງທີ່ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ພວມຈັດວາງຕໍ່ສິນຄ້າຂອງເກືອບທຸກປະເທດຕາມກົດໝາຍວ່າດ້ວຍສິດເສດຖະກິດສຸກເສີນສາກົນ (IEEPA).

ແຫຼ່ງຄັດຈາກ: vovworld.vn