ຕາມທ່ານນາງ Ursula von der Leyen ປະທານອີຊີ ແລ້ວ ຂໍ້ສະເໜີດັ່ງກ່າວໄດ້ຄິດໄລ່ເຖິງເກືອບທັງໝົດຄວາມວິຕົກກັງວົນຂອງ ແບນຊິກ ທີ່ວ່າແຜນການນີ້ອາດຈະເກີດຄວາມສ່ຽງດ້ານນິຕິກຳ ແລະການເງິນ ຖ້າ ລັດເຊຍ ຍື່ນໃບຮ້ອງຟ້ອງຝ່າຍດຽວ. ແຜນການທີ່ຍັງເຫຼືອຈະແມ່ນບ້ວງເງິນກູ້ຢືມໂດຍອີງໃສ່ງົບປະມານຂອງອີຢູ ແລະຕ້ອງໄດ້ຮັບຄວາມເຫັນດີຂອງທັງໝົດ 27 ປະເທດ. ເຖິງຢ່າງໃດກໍ່ຕາມ, ແຜນການນີ້ຍາກທີ່ຈະປະຕິບັດໄດ້ເມື່ອລັດຖະບານຮຸງກາຣີ ໄດ້ຄັດຄ້ານບັນດາບ້ວງເງິນໜູນຊ່ວຍຂອງ ເອີລົບ ທີ່ສະຫງວນໃຫ້ ຢູແກຼນ ເປັນຫຼາຍຄັ້ງ.

ແຫຼ່ງຄັດຈາກ: vovworld.vn