ລັດເຊຍ ຍອມຮັບຂໍ້ສະເໜີຈຳນວນໜຶ່ງຂອງອາເມລິກາ ກ່ຽວກັບ ຢູແກຼນ
ວັນທີ 3 ທັນວາ, ວັງ Kremlin ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີຕໍ່ຂໍ້ສະເໜີຈຳນວນໜຶ່ງຂອງ ອາເມລິກາ ເພື່ອແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ.
ນອກນັ້ນ, ລັດເຊຍ ກໍ່ພ້ອມແລ້ວທີ່ຈະພົບປະກັບບັນດານັກເຈລະຈາອາເມລິກາ ຫຼາຍຄັ້ງ ຖ້າ ມີຄວາມຈຳເປັນ, ເພື່ອບັນລຸໄດ້ຂໍ້ຕົກລົງ.
ຕາມສຳນັກຂ່າວສານ RIA Novosti, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ຍົກອອກຖະແຫຼງການດັ່ງກ່າວພາຍຫຼັງການພົບປະລະຫວ່າງທ່ານປະທານາທິບໍດີ Vladimir Putin ກັບທ່ານ Steve Witkoff ແລະທ່ານ Jared Kushner ທູດພິເສດຂອງປະທານາທິບໍດີ ອາເມລິກາ ຢູ່ມົດສະກູ. ທ່ານ Dmitry Peskov ໃສ່ໃຈວ່າ ບໍ່ຄວນເຂົ້າໃຈວ່າ ທ່ານປະທານາທິບໍດີ Vladimir Putin ປະຕິເສດບັນດາຂໍ້ສະເໜີຂອງອາເມລິກາ, ຍ້ອນນີ້ຫາກໍ່ແມ່ນການແລກປ່ຽນໂດຍກົງຄັ້ງທຳອິດກ່ຽວກັບບັນດາຂໍ້ສະເໜີນັ້ນ. ຕາມທ່ານແລ້ວ, ທ່ານປະທານາທິບໍດີ Vladimir Putin ໄດ້ຍອມຮັບເອົາບາງຈຸດ ແລະປະຕິເສດບາງຈຸດອື່ນ, ກໍ່ຄ້າຍຄືກັນກັບທຸກວິວັດທະນາການເຈລະຈາປົກກະຕິ.
ແຫຼ່ງຄັດຈາກ: vovworld.vn