ຕາມບັນດາເຈົ້າໜ້າທີ່ສະຫະລັດ ອາເມລິກາ ແລ້ວ, 19 ປະເທດ ນີ້ຖືກ ວໍຊິງຕັນ ຫ້າມຍື່ນໃບຄຳຮ້ອງຂໍລະບຽບຂໍ້ກຳນົດຢູ່ພະແນກອົບພະຍົບ ແລະຖືສັນຊາດ ອາເມລິກາ (USCIS) ນັບແຕ່ເດືອນ ມິຖຸນາ ເປັນຕົ້ນມາ. ໃນບັນຊີລາຍຊື່ປັດຈຸບັນລວມມີ ອາບການິດສະຖານ, ມຽນມາ, ຊາດ, ກົງໂກ, ກີເນ ເອກົວຕໍຣີອານ, ອີຣີເຕເຣຍ, ໄຮຕີ, ອີຣານ, ລີບີ, ໂຊມາລີ, ຊູດັງ, ເຢແມນ, ບູຣູນດີ, ກູບາ, ລາວ, ເຊຍຣາເລອອນ, ໂຕໂກ, ຕວັກເມນິດສະຕັງ ແລະເວເນຊູເອລາ.

ກ່ອນໜ້ານັ້ນ, ສຳນັກຂ່າວສານ CNN ໃຫ້ຮູ້ວ່າ ທ່ານ Kristi Noem ລັດຖະມົນຕີຄວາມໝັ້ນຄົງພາຍໃນ ໄດ້ສະເໜີທຳນຽບຂາວເປີດກວ້າງບັນຊີລາຍຊື່ຫ້າມການໄປມາສຳລັບ 30 - 32 ປະເທດ, ເຊິ່ງເພີ່ມຂຶ້ນຫຼາຍເມື່ອທຽບໃສ່ຕົວເລກ 19 ປະເທດ ໃນປັດຈຸບັນ. ຂໍ້ສະເໜີໄດ້ຍົກອອກມາພາຍຫຼັງເຫດຍິງປືນຢູ່ວໍຊິງຕັນ D.C ເຮັດໃຫ້ທະຫານພິທັກແຫ່ງຊາດໜຶ່ງຄົນເສຍຊີວິດ ແລະໜຶ່ງຄົນບາດເຈັບສາຫັດ.

ແຫຼ່ງຄັດຈາກ: vovworld.vn