ຮ່າງບົດສະເໜີສັນຕິພາບ ໂດຍ ອາເມລິກາ ຮຽບຮຽງໃຫ້ແກ່ ຢູແກຼນ ລວມມີບັນດາມາດຕາ ຄື ຈຳກັດການເປີດກວ້າງຂອງ NATO, ຈຳກັດຂອບຂະໜາດຂອງກອງທັບ ຢູແກຼນ ແລະຮັບຮອງບັນດາຜົນປະໂຫຍດທາງດ້ານອານາເຂດຂອງລັດເຊຍ. ບັນດາເຈົ້າໜ້າທີ່ເອີຣົບ ແລະຢູແກຼນ ໄດ້ ແລະພວມມານະພະຍາຍາມປັບປຸງເອກະສານດັ່ງກ່າວ, ພ້ອມທັງຢັ້ງຢືນວ່າ ອະທິປະໄຕຂອງ ຢູແກຼນ, ສິດປ້ອງກັນຕົວ ແລະຖານະສະມາຊິກ NATO ໃນອະນາຄົດຂອງປະເທດນີ້ຕ້ອງໄດ້ຮັບການປົກປ້ອງ.

ທ່ານປະທານຄະນະກຳມະການການທະຫານຂັ້ນສູງຂອງ NATO ໃຫ້ຮູ້ວ່າ ກອງປະຊຸມໄດ້ພິຈາລະນາຄືນບັນດາການເຄື່ອນໄຫວໜູນຊ່ວຍດ້ານການທະຫານໃນປັດຈຸບັນໃຫ້ແກ່ ຢູແກຼນ.  ກອງປະຊຸມນີິ້ຈະຊ່ວຍກຳນົດພື້ນຖານໃຫ້ແກ່ກອງປະຊຸມສຸດຍອດ ທີ່ຄາດວ່າຈະແກ້ໄຂບັນດາບັນຫານາບຂູ່ຍາວນານ, ການລົງທຶນດ້ານປ້ອງກັນຊາດ ແລະສາຍພົວພັນອະນາຄົດກັບ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn