ທ່ານປະທານາທິບໍດີ ອາເມລິກາ Donald Trump ສົນທະນາທາງໂທລະສັບກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ
ກປ.ອອນໄລ - ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານ ໄດ້ຮັບຄຳເຊື້ອເຊີນຂອງທ່ານ ສີຈິ້ນຜິງ ໄປຢ້ຽມຢາມຈີນ ໃນເດືອນເມສາ ປີ 2026 ແລະ ທ່ານ ສີຈິ້ນຜິງ ຈະໄປຢ້ຽມຢາມ ອາເມລິກາ ໃນທ້າຍປີນີ້.
ຕອນເຊົ້າວັນທີ 24 ພະຈິກ (ຕາມເວລາອາເມລິກາ), ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ດຳເນີນການສົນທະນາທາງໂທລະສັບກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ. ພານຫຼັງການສົນທະນາທາງໂທລະສັບ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕີລາຄາລົງສື່ສັງຄົມອອນໄລ Truth Social ວ່າ ການສົນທະນາລະຫວ່າງການນຳສອງທ່ານ ໄດ້ດຳເນີນໄປດ້ວຍດີທີ່ສຸດ.
    |
 |
|
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ. ພາບ: Reuters |
ທ່ານ Donald Trump ໃຫ້ຮູ້ວ່າ ທ່ານເອງ ແລະທ່ານປະທານປະເທດ ຈີນ ສີຈິ້ງຜິງ ໄດ້ປຶກສາຫາລືກ່ຽວກັບການປະທະກັນຢູ່ ຢູແກຼນ, ໄພຄ້າຂາຍ fentanyl ແລະສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມຫຼາຍຢ່າງ ພ້ອມກັບຂໍ້ຕົກລົງສະບັບໜຶ່ງທີ່ມີຜົນປະໂຫຍດໃຫ້ແກ່ຊາວກະສິກອນອາເມລິກາ, ທ່ານ ເນັ້ນໜັກວ່າ ການພົວພັນຂອງສອງປະເທດມີຄວາມແໜ້ນແຟ້ນທີ່ສຸດ.
ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທ່ານ ໄດ້ຮັບຄຳເຊື້ອເຊີນຂອງທ່ານ ສີຈິ້ນຜິງ ໄປຢ້ຽມຢາມຈີນ ໃນເດືອນເມສາ ປີ 2026 ແລະທ່ານ ສີຈິ້ນຜິງ ຈະໄປຢ້ຽມຢາມ ອາເມລິກາ ໃນທ້າຍປີນີ້. ໃນຂະນະນັ້ນ, ຕາມສື່ມວນຊົນຈີນ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ປຶກສາຫາລືກັບທ່ານປະທານາທິບໍດີ Donald Trump ກ່ຽວກັບບັນຫາ ໄຕ້ຫວັນ. ກ່ຽວກັບການປະທະກັນລະຫວ່າງລັດເຊຍ-ຢູແກຼນ, ທ່ານ ສີຈິ້ນຜິງ ຢັ້ງຢືນວ່າ ຈີນ ສະໜັບສະໜູນທຸກຄວາມມານະພະຍາຍາມມຸ່ງໄປເຖິງສັນຕິພາບ ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍຮັດແຄບຄວາມບໍ່ລົງລອຍກັນລົງ.
ໂດຍ: ກວຽດເຕິມ