ສື່ມວນຊົນ ແລະ ວົງການຜູ້ມີໜ້າທີ່ຮັບຜິດຊອບດ້ານສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດໃນສອງບັ້ນບຸກໂຕມຕີຕ່າງຫາກຂອງກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ ໃນວັນທີ 24 ພະຈິກ. ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ ກອງທັບອາກາດປະເທດນີ້ໄດ້ດຳເນີນການບຸກໂຈມຕີເລັ່ງໃສ່ກຸ່ມ 3 ມືປືນທີ່ຖືກສົງໄສວ່າ ໄດ້ຂ້າມຊາຍແດນຄຳຢູ່ເຂດ Khan Younis ໂດຍກອງທັບ ອິດສະຣາແອັນ ກຳລັງຄວບຄຸມ.

leftcenterrightdel
ປະຊາຊົນ ປາແລັດສະຕິນ ພັກຜ່ອນຢູ່ກາງຊາກຫັກພັງ, Khan Younis ເຂດ ກາຊາ ວັນທີ 24 ພະຈິກ 2025. ພາບ:  REUTERS/Ramadan Abed

IDF ຢັ້ງຢືນວ່າ ບັນດາມືປືນຖືກສົງໄສວ່າ ໄດ້ລະເມີດຄຳສັ່ງຢຸດຍິງທີ່ມີຜົນສັກສິດແຕ່ຕົ້ນເດືອນ ຕຸລາ ຢູ່ເຂດກາຊາ ແລະ ສ້າງຄວາມສ່ຽງນາບຂູ່ໂດຍກົງຕໍ່ທະຫານ ອິດສະຣາແອັນ, ເຮັດໃຫ້ທະຫານ ອິດສະຣາແອັນ ຈຳເປັນຕ້ອງດຳເນີນການກະທຳດັບສູນຄວາມສ່ຽງດັ່ງກ່າວ.

ແຫຼ່ງຄັດຈາກ vovworld.vn