G20 ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາກັບລັດທິຫຼາຍຝ່າຍ
ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ອັດລົງໃນວັນທີ 23 ພະຈິກ ຢູ່ນະຄອນຫຼວງ Johannesburg (ປະເທດ ອາບຟຼິກກາໃຕ້), ສິ້ນສຸດສອງວັນເຮັດວຽກດ້ວຍການຮັບຮອງເອົາຖະແຫຼງການຮ່ວມຮຽກຮ້ອງໃຫ້ມີສັນຕິພາບ ກໍ່ຄືບັນດາມາດຕະການປົກປ້ອງແຫຼ່ງສະໜອງແຮ່ທາດທີ່ຈຳເປັນໃນທົ່ວໂລກ.
ກ່າວຄຳເຫັນທີ່ພິທີອັດ, ທ່ານ Cyril Ramaphosa ປະທານາທິບໍດີ ປະເທດເຈົ້າພາບ ຢັ້ງຢືນວ່າຖະແຫຼງການຂອງບັນດາການນຳ G20 ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງຕໍ່ເນື່ອງສຳລັບການຮ່ວມມືຫຼາຍຝ່າຍ, ໂດຍບໍ່ຫົວຊາຕໍ່ການບໍ່ເຂົ້າຮ່ວມຂອງ ອາເມລິກາ ເຊິ່ງເປັນຄັ້ງທຳອິດໃນປະຫວັດສາດຂອງເວທີປາໄສນີ້. ທ່ານເນັ້ນໜັ້ກວ່າ ຖະແຫຼງການຮ່ວມໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບັນດາເປົ້າໝາຍຜ່ານຜ່າຄວາມແຕກຕ່າງກັນລະຫວ່າງບັນດາການນຳໃນໂລກ, ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມຂອງອາບຟຼິກກາໃຕ້-ດ້ວຍຖານະເປັນປະເທດເຈົ້າພາບ - ໃນການຊຸກຍູ້ການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຄືວິກິດການດິນຟ້າອາກາດ, ຊ່ວຍເຫຼືອບັນດາປະເທດພວມພັດທະນາຮັບມືກັບໄພພິບັດດິນຟ້າອາກາດທີ່ນັບມື້ນັບຮ້າຍແຮງ, ຫັນປ່ຽນພະລັງງານສະອາດ ແລະຫຼຸດຜ່ອນໜິ້ນຢູ່ລະດັບສູງເກີນໄປ.
ແຫຼ່ງຄັດຈາກ: vovworld.vn