ບັນດາປະເທດຊົມເຊີຍຄວາມຄືບໜ້າພາຍຫຼັງກອງປະຊຸມກ່ຽວກັບບັນຫາຢູແກຼນ ທີ່ຈັດຂຶ້ນຢູ່ ເຊີແນວ
ການນຳ ແລະ ເຈົ້າໜ້າທີ່ EU ຫຼາຍຄົນ ຮັບຮູ້ຄວາມຄືບໜ້າຈາກກອງປະຊຸມ ອາເມລິກາ - ຢູແກຼນ ຢູ່ ເຊີແນວ ໃນທ້າຍອາທິດຜ່ານມາ. ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean – Noel Barrot ພັນລະນາການປຶກສາຫາລືດັ່ງກ່າວວ່າ “ມີປະໂຫຍດ ແລະ ສ້າງສັນ”.
ວັນທີ 24 ພະຈິກ, ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນຄືນຄວາມເອົາໃຈໃສ່ຂອງ ມົດສະກູ ຕໍ່ມາດຕະການການເມືອງ ແລະ ການທູດໃຫ້ແກ່ວິກິດການ ຢູແກຼນ; ພ້ອມທັງເນັ້ນໜັກວ່າ ບັນດາຂໍ້ສະເໜີໃນປັດຈຸບັນຂອງ ອາເມລິກາ ກ່ຽວກັບ ຢູແກຼນ ອາດຈະສ້າງພື້ນຖານໃຫ້ແກ່ມາດຕະການໜຶ່ງ. ທ່ານປະທານາທິບໍດີ ຕວັກກີ ເນັ້ນໜັກວ່າ ທ່ານ ພ້ອມແລ້ວທີ່ສະໜອງການຊ່ວຍເຫຼືອກ່ຽວຂ້ອງເຖິງ ຢູແກຼນ ແລະສ້າງພື້ນຖານໃຫ້ແກ່ການເຈລະຈາຢູ່ Istanbul.
    |
 |
|
ຄະນະຜູ້ແທນ ອາເມລິກາ ແລະ ຢູແກຼນ ໃນການເຈລະຈາຢູ່ເຊີແນວ, ປະເທດສະວິດ ໃນວັນທີ 23 ພະຈິກ 2025. ພາບ: REUTERS/Emma Farge |
ຈາກ ເອີຣົບ, ການນຳ ແລະເຈົ້າໜ້າທີ່ EU ຫຼາຍຄົນ ຮັບຮູ້ຄວາມຄືບໜ້າຈາກກອງປະຊຸມ ອາເມລິກາ - ຢູແກຼນ ຢູ່ເຊີແນວ ໃນທ້າຍອາທິດຜ່ານມາ. ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ Jean – Noel Barrot ພັນລະນາການປຶກສາຫາລືດັ່ງກ່າວວ່າ “ມີປະໂຫຍດ ແລະສ້າງສັນ”.
ໃນຂະນະນັ້ນ, ວັນທີ 24 ພະຈິກ, ສຳນັກຂ່າວ Bloomberg ໄດ້ໃຫ້ຂ່າວວ່າ ປັດຈຸບັນ ອາເມລິກາ ຄັດຄ້ານການຈັດການເຈລະຈາສາມຝ່າຍກັບຜູ້ຕາງໜ້າເອີຣົບ ແລະ ກີແອັບ ຄືເປັນສ່ວນໜຶ່ງໃນວິວັດທະນາການແກ້ໄຂບັນຫາ ຢູແກູນ.
ແຫຼ່ງຄັດຈາກ vovworld.vn