ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ອາເມລິກາ
ວັນທີ 21 ພະຈິກ, ທ່ານ Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້, ປະເທດເຈົ້າພາບກອງປະຊຸມສຸດຍອດ G20 ໃຫ້ຮູ້ວ່າ ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມ, ໂດຍບໍ່ຫົວຊາຕໍ່ເລື່ອງອຳນາດການປົກຄອງຂອງອາເມລິກາ ຄັດຄ້ານບາດກ້າວນີ້.
ກອງປະຊຸມ G20 ປີ 2025 ມີຫົວຂໍ້ “ສາມັກຄີ, ສະເໝີພາບ ແລະການພັດທະນາແບບຍືນຍົງ”, ຈັດຂຶ້ນແຕ່ວັນທີ 22-23 ພະຈິກ, ຢູ່ນະຄອນ Johannesburg ຂອງ ອາຟະລິກາໃຕ້. ເຫດການປີນີ້ໂດຍມີການເຂົ້າຮ່ວມຂອງການນຳ ຜູ້ຕາງໜ້າຂັ້ນສູງຂອງກວ່າ 40 ປະເທດ, ລວມທັງບັນດາປະເທດສະມາຊິກ ແລະແຂກຖືກເຊີນ.
ເຖິງຢ່າງໃດກໍ່ຕາມ, ປະເທດເຈົ້າພາບກອງປະຊຸມສຸດຍອດ G20 ຕໍ່ໄປແມ່ນ ອາເມລິກາ, ແຕ່ໄດ້ຖະແຫຼງບໍ່ເຂົ້າຮ່ວມກອງປະຊຸມ. ຍິ່ງໄປກວ່ານັ້ນ, ວົງການເຈົ້າໜ້າທີ່ຂອງ ອາເມລິກາ ຍັງສະເໜີໃຫ້ ອາຟະລິກາໃຕ້ ບໍ່ອອກຖະແຫຼງການຮ່ວມຂອງກອງປະຊຸມ.
ໂດຍບໍ່ຫົວຊາຕໍ່ສະພາບການຕົວຈິງນີ້, ທ່ານ Cyril Ramaphosa ປະທານາທິບໍດີ ອາຟະລິກາໃຕ້ ຢືນຢັນວ່າ ກອງປະຊຸມສຸອດຍອດ G20 ປີນີ້ຈະອອກຖະແຫຼງການຮ່ວມ.
ແຫຼ່ງຄັດຈາກ: vovworld.vn