COP 30: ກວ່າ 30 ປະເທດປະຕິເສດເອກະສານແຜນຮ່າງຍ້ອນຂາດແຜນການຍົກເລີກເຊື້ອເພີງຟອກຊິວ
ວັນທີ 21 ພະຈິກ, ກວ່າ 30 ປະເທດໄດ້ເຊັນໃນໜັງສືປະຕິເສດເອກະສານແຜນຮ່າງໂດຍປະເທດເຈົ້າພາບບຣາຊິນ ຍົກອອກມາທີ່ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ທີ່ພວມຈັດຂຶ້ນຢູ່ນະຄອນ Belém.
ໃນໜັງສືຄັດຄ້ານ, ບັນດາປະເທດມາຈາກເອີລົບ, ອາເມລິກາ ລາຕິນ, ອາຊີ ແລະຫຼາຍປະເທດເກາະປາຊີຟິກ ໃຫ້ຮູ້ວ່າ ເຂົາເຈົ້າບໍ່ສາມາດຍອມຮັບໝາກຜົນ COP ທີ່ຂາດແຜນການໃຫ້ແກ່ການຫັນປ່ຽນພະລັງງານດ້ວຍຄວາມຍຸດຕິທຳ ແລະເປັນລະບຽບ. ບັນດາປະເທດນີ້ກໍ່ຖືວ່າ ປະຈຸບັນຮ່າງມະຕິບໍ່ຕອບສະໜອງບັນດາມາດຕະຖານຂອງໝາກຜົນກອງປະຊຸມທີ່ໜ້າໄວ້ເນື້ອເຊື່ອໃຈ.
ຄາດວ່າ, COP 30 ຈະສິ້ນສຸດໃນຕອນຄໍ່າວັນທີ 21 ພະຈິກ (ຕາມເວລາທ້ອງຖິ່ນ), ແຕ່ເກີດເຫດໄຟໄໝ້ຢູ່ສະຖານທີ່ຈັດກອງປະຊຸມເຮັດໃຫ້ວາລະປຶກສາຫາລືໃນວັນທີ 20 ພະຈິກ ຕ້ອງສິ້ນສຸດລົງກ່ອນເວລາກຳນົດ.
ແຫຼ່ງຄັດຈາກ: vovworld.vn