ໃນການໂອ້ລົມທາງໂທລະສັບຮ່ວມກັບທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃນວັນດຽວກັນ, ການນຳບັນດາປະເທດຝລັ່ງ, ເຢຍລະມັນ ແລະອັງກິດ ໄດ້ຮຽກຮ້ອງມາດຕະການແກ້ໄຂໃຫ້ແກ່ການປະທະກັນຢູ່ ຢູແກຼນ ຕ້ອງມີການເຂົ້າຮ່ວມຂອງ ກີແອັບ “ຢ່າງຄົບຖ້ວນ”, ພ້ອມກັນນັ້ນຖືວ່າບໍ່ວ່າຂໍ້ຕົກລົງໃດກໍ່ຕ້ອງມີ “ຄວາມເຫັນດີເຫັນພ້ອມ” ຂອງເອີລົບ ແລະອົງການສົນທິສັນຍາອັດລັງຕິກເໜືອ (NATO).

ໃນຖະແຫຼງທີ່ເອົາລົງໃນສື່ສັງຄົມພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານ Volodymyr Zelensky ກໍ່ຢັ້ງຢືນວ່າ ກີແອັບ ພວມຄົ້ນຄວ້າຂໍ້ສະເໜີສັນຕິພາບໂດຍອາເມລິກາ ຮຽບຮຽງ, ພ້ອມກັນນັ້ນກໍ່ຖືວ່າແຜນການດັ່ງກ່າວຕ້ອງ “ຮັບປະກັນພື້ນຖານສັນຕິພາບທີ່ແທ້ຈິງ ແລະເໝາະສົມ” ໃຫ້ແກ່ ກີແອັບ.

ແຫຼ່ງຄັດຈາກ: vovworld.vn