ການພົບປະໄດ້ດຳເນີນໃນສະພາບການຢູແກຼນ ແລະບັນດາພັນທະມິດເອີລົບ ອອກຖະແຫຼງການສັນຕິພາບ 28 ຈຸດ ເຊິ່ງ ອາເມລິກາ ຍົກອອກມາເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງລັດເຊຍ ແລະຢູແກຼນ ແມ່ນປະນິປະນອມໃຫຍ່ໃຫ້ແກ່ຝ່າຍລັດເຊຍ. ໂດຍຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຕີລາຄາວ່ານີ້ແມ່ນການປຶກສາຫາລືທີ່ມີປະສິດທິຜົນ ແລະມີຄວາມໝາຍທີ່ສຸດລະຫວ່າງບັນດາເຈົ້າໜ້າທີ່ອາເມລິກາ ແລະຢູແກຼນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Marco Rubio ແລ້ວ, ປັດຈຸບັນ ຍັງມີຫຼາຍວຽກເຮັດງານທຳ ເຊິ່ງ ທັງຝ່າຍອາເມລິກາ ແລະຢູແກຼນ ຕ້ອງສືບຕໍ່ປຶກສາຫາລືເພື່ອມຸ່ງໄປເຖິງຄວາມເຫັນດີເຫັນພ້ອມ.

ແຫຼ່ງຄັດຈາກ: vovworld.vn