ການປະທະກັນຢູ່ມຽນມາ, ລູກປືນລູກຫຼົງເຂົ້າດິນແດນໄທ
ຫວ່າງມໍ່ໆມານີ້, ກອງທັບໄທ ໃຫ້ຮູ້ວ່າ ການປະທະກັນລະຫວ່າງກອງທັບມຽນມາ ແລະບັນດາກຸ່ມກະບົດໄດ້ເກີດຂຶ້ນໃນຕອນເຊົ້າວັນທີ 22 ພະຈິກ, ຢູ່ເມືອງ Myawaddy ຂອງ ມຽນມາ.
ເຂດນີ້ຕິດກັບຊາຍແດນເມືອງແມ່ສອດ, ແຂວງຕຣາດ ຂອງໄທ. ໃນເວລາ 11 ໂມງ, ມີລູກປືນລູກຫຼົງຈາກການປະກັນ ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ເຮືອນຢູ່ ແລະພາຫະນະຂອງຊາວໄທ ຜູ້ໜຶ່ງທີ່ດຳລົງຊີວິດຢູ່ໃກ້ກັບເຂດຊາຍແດນ. ປະຕິກິລິຍາຕໍ່ເຫດການດັ່ງກ່າວ, ກອງທັບໄທ ໄດ້ດຳເນີນຕາມຫຼັກການຕໍ່ສູ້ ແລະຍິງປືນກ່າວເຕືອນລູກໜຶ່ງໃສ່ເຂດຫວ່າງລະຫວ່າງສອງກຳລັງປະທະກັນຢູ່ທາງມຽນມາ ໃນເວລາ 11 ໂມງ 5 ນາທີ ໃນວັນດຽວກັນ, ເພື່ອກ່າວເຕືອນບັນດາຝ່າຍບໍ່ໃຫ້ລະເມີດເຂດດິນແດນຂອງໄທ. ກອງທັບໄທ ກໍ່ໃຫ້ຮູ້ວ່າ ຍັງບໍ່ທັນພົບເຫັນຜູ້ເສຍຊີວິດໃນເຫດການທີ່ກ່ຽວຂ້ອງ.
ແຫຼ່ງຄັດຈາກ: vovworld.vn