ຕອນຄໍ່າວັນທີ 23 ພະຈິກ, ຂະບວນການ Hezbollah ໄດ້ຢັ້ງຢືນສະມາຊິກ 5 ຄົນຂອງກຸ່ມນີ້, ໃນນັ້ນມີຜູ້ບັນຊາການທະຫານຂັ້ນສູງ Haytham Ali Tabatabai ຖືກເສຍຊີວິດໃນເຫດບຸກໂຈມຕີທາງອາກາດຂອງອິດສະລາແອັນ ເລັ່ງໃສ່ເຂດຊານເມືອງນະຄອນຫຼວງ Beirut ຂອງລີບັງ ໃນວັນທີ 23 ພະຈິກ. ທ່ານ Tabatabai ແມ່ນສະມາຊິກຄະນະການນຳສູງສຸດຂອງ Hezbollah ທີ່ຖືກກອງທັບອິດສະລາແອັນ ເຂັ່ນຂ້ານັບແຕ່ເວລາຄຳສັ່ງຢຸດຍິງລະຫວ່າງສອງຝ່າຍມີຜົນສັກສິດເມື່ອເດືອນພະຈິກ 2024.

ແຫຼ່ງຄັດຈາກ: vovworld.vn