ຕາມນັ້ນແລ້ວ, ອິດສະຣາແອັນ ໄດ້ຊົມເຊີຍມະຕິ, ໂດຍຖືວ່າ ແຜນການສັນຕິພາບຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ຈະນຳມາເຊິ່ງ “ສັນຕິພາບ ແລະຄວາມວັດທະນະຖາວອນ” ໃຫ້ແກ່ເຂດ ກາຊາ. ແຈ້ງການໃນສື່ສັງຄົມອອນໄລ X, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ເຊື່ອໝັ້ນວ່າ ແຜນການສັນຕິພາບຂອງທ່ານປະທານາທິບໍດີ Donald Trump ກໍຈະຊຸກຍູ້ການຮ່ວມມື ແລະເປີດກວ້າງເລື່ອງເຊັນສັນຍາ Abraham ລະຫວ່າງ ອິດສະຣາແອັນ ແລະບັນດາປະເທດໃນພາກພື້ນ.

ກ່ຽວກັບຝ່າຍ ປາແລັດສະຕິນ, ອຳນາດການປົກຄອງດັ່ງກ່າວກໍໃຫ້ຂໍ້ສັງເກດວ່າ ນີ້ແມ່ນ “ບາດກ້າວທຳອິດໃນເສັ້ນທາງມຸ່ງໄປເຖິງສັນຕິພາບ”. ເມື່ອຕອບສຳພາດຕໍ່ວົງການນັກຂ່າວຢູ່ນະຄອນຫຼວງ Manila ເນື່ອງໃນໂອກາດການເດີນທາງໄປຢ້ຽມຢາມ ຟີລິບປິນ ທ່ານ  Varsen Aghabekia Shahin ລັດຖະມົນຕີການຕ່າງປະເທດ ປາແລັດຕິນ ຖືວ່າ ໃນຂ້າງໜ້າຍັງມີຫຼາຍບັນຫາອື່ນຕ້ອງແກ້ໄຂ ເຊັ່ນ ການເຄົາລົບກົດໝາຍສາກົນໃນວິວັດການຜັນຂະຫຍາຍແຜນການຂອງທ່ານປະທານາທິບໍດີ Donald Trump, ສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ປາແລັດສະຕິນ ຫຼື ເລື່ອງສ້າງຕັ້ງລັດ ປາແລັດສະຕິນ ໃນບັນດາໄລຍະຕໍ່ໄປ.

ແຫຼ່ງຄັດຈາກ: vovworld.vn