ວັນທີ 16 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອຳນາດການປົກຄອງຂອງທ່ານ ພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro, ຜູ້ທີ່ພວມປະເຊີນໜ້າກັບຄວາມກົດດັນທີ່ນັບມື້ນັບເພີ່ມຂຶ້ນ ເມື່ອ ອາເມລິກາ ຜັນຂະຫຍາຍກຳລັງການທະຫານຈຳນວນຫຼາຍຢູ່ເຂດທະເລ Caribe. ທ່ານ Donald Trump ກໍ່ໄດ້ຍົກອອກຂໍ້ມູນຕື່ມອີກກ່ຽວກັບການເຈລະຈາກັບທ່ານປະທານາທິບໍດີ ເວເນຊູເອລາ ແຕ່ຢືນຢັນວ່າ ເລື່ອງຜັນຂະຫຍາຍທະຫານ ອາເມລິກາ ຢູ່ເຂດທະເລ Caribe ເພື່ອແນໃສ່ສະກັດກັ້ນບັນດາຜູ້ຄ້າຂາຍຢາເສບຕິດເຂົ້າ ອາເມລິກາ.
ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃຫ້ຮູ້ວ່າ, ກະຊວງການຕ່າງປະເທດ ອາເມລິກາ ຈະຈັດອົງການ Cartel de los Soles, ມີສຳນັກງານ ຢູ່ ເວເນຊູເອລາ, ແມ່ນ “ອົງການກໍ່ການຮ້າຍຕ່າງປະເທດ”, ສິ່ງດັ່ງກ່າວໝາຍຄວາມວ່າ ຜູ້ໃດຢູ່ ອາເມລິກາ ສະໜອງວັດຖຸອຸປະກອນໃຫ້ອົງການນີ້ ລ້ວນແຕ່ແມ່ນອາດຊະຍາກຳ.
ແຫຼ່ງຄັດຈາກ vovworld.vn
Type the code from the image