ອາເມລິກາ ຖະແຫຼງ ອາຣັບບີ ຊະອຸດິ ແມ່ນສຳພັນທະມິດໃຫຍ່ ນອກຈາກ NATO
ໃນຂອບເຂດການຢ້ຽມຢາມເປັນເວລາ 2 ວັນ, ອາຣັບບິ ຊະອຸດິ ໄດ້ຖະແຫຼງລົງທຶນ 1000 ຕື້ ໂດລາສະຫະລັດ ເຂົ້າ ອາເມລິກາ.
ວັນທີ 18 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງບົ່ງຕົວ ອາຣັບບິ ຊະອຸດິ ແມ່ນສຳພັນທະມິດໃຫຍ່ຂອງ ວໍຊິງຕັນ ນອກຈາກ NATO. ລະບອບຂໍ້ກຳນົດນີ້, ອາເມລິກາ ຫາກໍ່ສະຫງວນໃຫ້ແກ່ບັນດາປະເທດ ເຊິ່ງລວມມີ ອິດສະຣາແອັນ, ຍີ່ປຸ່ນ ແລະ ສ.ເກົາຫຼີ.
ຖະແຫຼງການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກມາໃນສະພາບການຢ້ຽມຢາມ ວໍຊິງຕັນ ຂອງເຈົ້າຊາຍແຫ່ງ ອາຣັບບິ ຊະອຸດິ Mohammed bin Salman. ໃນຂອບເຂດການຢ້ຽມຢາມເປັນເວລາ 2 ວັນ, ອາຣັບບິ ຊະອຸດິ ໄດ້ຖະແຫຼງລົງທຶນ 1000 ຕື້ ໂດລາສະຫະລັດ ເຂົ້າ ອາເມລິກາ. ຕາມທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ເລື່ອງບົ່ງຕົວປະເທດເຂດອ່າວ ແມ່ນສຳພັນທະມິດໃຫຍ່ນອກຈາກ NATO ນັ້ນ ຈະນຳການຮ່ວມມືດ້ານການທະຫານລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່. ອາເມລິກາ ຫາກໍ່ຕົກລົງເຫັນດີຂາຍເຮືອບິນຂັບໄລ່ F-35 ໃຫ້ແກ່ ອາຣັບບິ ຊະອຸດິ.
ແຫຼ່ງຄັດຈາກ: vovworld.vn