ອາເມລິກາ ບໍ່ປັດເຂ່ຍຄວາມສາມາດສົ່ງທະຫານເຂົ້າເວເນຊູເອລາ
ວັນທີ 17 ພະຈິກ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໃຫ້ຮູ້ວ່າຈະບໍ່ປັດເຂ່ຍຄວາມສາມາດສົ່ງກຳລັງທະຫານອາເມລິກາ ເຂົ້າ ເວເນຊູເອລາ ເຖິງວ່າກ່ອນໜ້ານັ້ນ, ທ່ານ ໄດ້ໃຫ້ຮູ້ວ່າ ທ່ານອາດຈະດຳເນີນການເຈລະຈາກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ.
    |
 |
|
ທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບ: REUTERS |
ໃນການປະຊຸມຂ່າວທີ່ຈັດຂຶ້ນຢູ່ຫ້ອງການຮູບໄຂ່, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ຕ້ອງເອົາໃຈໃສ່ຕໍ່ ເວເນຊູເອລາ ຍ້ອນວ່າ ປະເທດນີ້ໄດ້ຍູ້ນັບແສນຄົນຈາກຄຸກແຫ່ງຕ່າງໆເຂົ້າ ອາເມລິກາ. ທ່ານ Trump ຍັງໄດ້ຕຳໜິຕິຕຽນຢ່າງແຮງເລື່ອງ ເວເນຊູເອລາ ໃຫ້ ປຊຊ ເປັນຈຳນວນຫຼາຍຜ່ານເຂດຊາຍແດນເຂົ້າ ອາເມລິກາ, ໃນນັ້ນ ມີຫຼາຍຄົນແມ່ນສະມາຊິກຂອງພັກຝ່າຍອາດຊະຍາກຳຢາເສບຕິດ.
ບັນດາຄຳເຫັນຫຼ້າສຸດຂອງທ່ານ Trump ໄປຝືນກັບຄຳເຫັນຂອງທ່ານ ກ່ອນນັ້ນໜຶ່ງວັນ, ວ່າທ່ານ ພ້ອມແລ້ວທີ່ຈະດຳເນີນການປຶກສາຫາລືກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ. ຄຽງຄ້າງນັ້ນ, ທ່ານ Trump ຍັງໃຫ້ຮູ້ພ້ອມແລ້ວທີ່ຈະປະຕິບັດບັນດາການກະທຳດ້ານການທະຫານຢູ່ບັນດາປະເທດ ອາເມລິກາລາຕິນ ອື່ນໆ ເພື່ອຈຸດປະສົງສະກັດກັ້ນບັນດາພັກຝ່າຍຄ້າຂາຍຢາເສບຕິດ ແລະພ້ອມແລ້ວທີ່ຈະສົ່ງທະຫານເຂົ້າ ເມກຊີໂກ ເພື່ອສະກັດກັ້ນການຄ້າຂາຍຢາເສບຕິດ ແລະທຳລາຍບັນດາໂຮງງານຜະລິດ cocaine ຢູ່ ໂກລົມບີ.
ແຫຼ່ງຄັດຈາກ vovworld.vn