ວັນທີ 16 ພະຈິກ, ສະຖານທູດ ລັດເຊຍ ປະຈຳ ວໍຊິງຕັນ ດີຊີ (ອາເມລິກາ) ຖືວ່າ ໂອກາດຫັນການພົວພັນ ລັດເຊຍ - ອາເມລິກາ ເປັນປົກກະຕິໄດ້ເປີດອອກແລ້ວ ແລະ 2 ຝ່າຍມີແງ່ຫວັງປັບປຸງການພົວພັນຮ່ວມມືໃນສະພາບການປະຈຸບັນ. ສະຖານທູດ ລັດເຊຍ ຍົກອອກຄຳຖະແຫຼງດັ່ງກ່າວກົງກັບພິທີສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ລັດເຊຍ ແລະ ອາເມລິກາ (16 ພະຈິກ 1933 – 16 ພະຈິກ 2025).

leftcenterrightdel
ພາບປະກອບຈາກ Reuters

ແຈ້ງການຂອງສະຖານທູດ ລັດເຊຍ ເນັ້ນໜັກວ່າ ໃນສະພາບການໂລກເປັນຫຼາຍຂົ້ວ ຄືປະຈຸບັນ, ໂອກາດຫັນການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ເປັນປົກກະຕິ ໄດ້ເປີດອອກ ໂດຍອີງໃສ່ບັນດາຫຼັກການສະເໝີຕົ້ນສະເໝີປາຍ, ເຄົາລົບຜົນປະໂຫຍດແຫ່ງຊາດ ແລະພ້ອມກັນຄົງຕົວດ້ວຍສັນຕິພາບ. ສະຖານທູດ ລັດເຊຍ ກໍ່ຮັບຮອງວ່າ ເຖິງວ່າການພົວພັນ 2 ຝ່າຍກໍ່ມີຕອນຂຶ້ນຕອນລົງກໍ່ຕາມ, ແຕ່ 2 ປະເທດຍາມໃດກໍ່ຊອກຫາມາດຕະການແກ້ໄຂ ແລະ ມີສະຕິຢ່າງຈະແຈ້ງໜ້າທີ່ຂອງຕົນໃນການຮັກສາຄວາມໝັ້ນຄົງທົ່ວໂລກ.

ແຫຼ່ງຄັດຈາກ vovworld.vn