leftcenterrightdel
ທ່ານ Kim Hong Cheol ຮອງລັດຖະມົນຕີກະຊວງນະໂຍບາຍດ້ານປ້ອງກັນຊາດ. ພາບ: REUTERS

ທ່ານ Kim Hong Cheol ຮອງລັດຖະມົນຕີກະຊວງນະໂຍບາຍດ້ານປ້ອງກັນຊາດ ໃຫ້ຮູ້ວ່າ ເຊີອູນ ປາດຖະໜາຢາກໃຫ້ສອງຝ່າຍປຶກສາຫາລືເພື່ອສະກັດກັ້ນການກະທຳໂດຍບໍ່ຕັ້ງໃຈ ແລະຫຼຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ, ພ້ອມດຽວກັນນັ້ນ ກໍສະແດງຄວາມຫວັງວ່າ ພຽງຢາງ ຈະມີການສ່ອງແສງຄືນຢ່າງຕັ້ງໜ້າ. ສ.ເກົາຫຼີ ກໍກຽມພ້ອມປຶກສາຫາລືກ່ຽວກັບເວລາ ແລະສະຖານທີ່ຈັດຕັ້ງ.

ພ້ອມກັບຂໍ້ສະເໜີຈັດການເຈລະຈາ, ສ.ເກົາຫຼີ ໄດ້ປົດໂທລະໂຄ່ງ ແລະຢຸດຕິການອອກອາກາດລາຍການໂຄສະນາເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ສ.ເກົາຫຼີ ແລະສ​ປ​ປ.ເກົາຫຼີ. ເຖິງຢ່າງໃດກໍຕາມ, ເລື່ອງ ສ​ປ​ປ.ເກົາຫຼີ ຈະຮັບຮອງດຳເນີນການເຈລະຈາໄດ້ ຫຼື ບໍ່ນັ້ນແມ່ນຍັງບໍ່ທັນຈະແຈ້ງເທື່ອ. ຖ້າດຳເນີນ, ນີ້ຈະແມ່ນການເຈລະຈາການທະຫານລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຄັ້ງທຳອິດນັບແຕ່ປີ 2018 ເປັນຕົ້ນມາ. ກອງບັນຊາການ ສປຊ (UNC) ເນັ້ນໜັກວ່າຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມທີ່ເໝາະສົມກັບສັນຍາຢຸດຍິງ ແລະຫຼຸດຜ່ອນຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ.

ແຫຼ່ງຄັດຈາກ vovworld.vn