ຢູແກຼນ ໄດ້ຮັບບັນດາຄຳໝັ້ນສັນຍາໜູນຊ່ວຍດ້ານການທະຫານໃໝ່ຈາກ ອາເມລິກາ ແລະ ເອີຣົບ ຕື່ມອີກ
ຕອນຄ່ຳວັນທີ 18 ພະຈິກ, ສະພາປ້ອງກັນຊາດສູງສຸດ ອີຕາລີ, ໂດຍທ່ານປະທານາທິບໍດີ Sergio Mattarella ເປັນປະທານ, ໄດ້ປ່ອນບັດຮັບຮອງເອົາການສະໜອງອາວຸດບ້ວງໃໝ່ໃຫ້ແກ່ ຢູແກຼນ.
ອີຕາລີ ໄດ້ຢັ້ງຢືນຄືນການສະໜັບສະໜູນສຳລັບ ຢູແກຼນ, ດ້ວຍເລື່ອງມອບໂອນບ້ວງອາວຸດໃໝ່. ເຖິງຢ່າງໃດກໍຕາມ, ພັກສະຫະພັນໃນພັນທະມິດກຳອຳນາດພັດກ່າວເຕືອນອີກເທື່ອໜຶ່ງກ່ຽວກັບບັນດາກໍລະນີສໍ້ລາດບັງຫຼວງຢູ່ ຢູແກຼນ.
ໃນວັນດຽວກັນ, ອາເມລິກາ ໄດ້ໃຫ້ສັດຕະຍາບັນທຸລະກຳການຄ້າທີ່ມີມູນຄ່າ 105 ລ້ານ ໂດລາສະຫະລັດ ກັບ ຢູແກຼນ ແນໃສ່ຊ່ວຍປະເທດ ເອີຣົບຕາເວັນອອກນີ້ຍົກລະດັບ ແລະຮັກສາການເຄື່ອນໄຫວຂອງລະບົບປ້ອງກັນລູກສອນໄຟ Patriot.
ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ ໄດ້ແຈ້ງໃຫ້ສະພາແຫ່ງຊາດກ່ຽວກັບທຸລະກຳການຄ້າສະໜອງເຄື່ອງອາໄຫຼ່, ການຝຶກຊ້ອມ ແລະການບໍລິການໃຫ້ແກ່ລະບົບ Patriot, ເຊິ່ງ ຢູແກຼນ ເຄີຍນຳໃຊ້ເພື່ອຕີສະກັດລູກສອນໄຟ.
ກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ໃຫ້ຮູ້ວ່າ ປະເທດນີ້ຈະລະດົມບ້ວງເງິນຊ່ວຍເຫຼືອໃໝ່ໃຫ້ແກ່ ຢູແກຼນ ເຊິ່ງມີມູນຄ່າ 817 ລ້ານ ເອີໂຣ (946 ລ້ານ ໂດລາສະຫະລັດ) ແລະຊື້ອຸປະກອນການທະຫານຂອງ ອາເມລິກາ ມີມູນຄ່າ 100 ລ້ານ ເອີໂຣ.
ແຫຼ່ງຄັດຈາກ: vovworld.vn