ຢູແກຼນ ຄາດຄະເນຈະຊື້ອາວຸດ ແລະຍຸດໂທປະກອນດ້ວຍປະລິມານຫຼາຍຈາກຝລັ່ງ
ວັນທີ 17 ພະຈິກ ຢູ່ປາຣີ, ທ່ານ Volodymyr Zelensky ປະທານາທິບໍດີຢູແກຼນ ແລະທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ລົງນາມໃນອະນຸສັນຍາວ່າດ້ວຍເລື່ອງ ຢູແກຼນ ອາດຈະຊື້ເຮືອບິນສູ້ຮົບ Rafale 100 ລຳຈາກຝລັ່ງ.
    |
 |
|
ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ແລະທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ຢູ່ປາຣີ ໃນວັນທີ 17 ພະຈິກ. ພາບ: REUTERS/Sarah Meyssonnier |
ທ່ານ Zelensky ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ນີ້ແມ່ນເຫດການ “ປະຫວັດສາດ” ຂະນະເປັນຄັ້ງທຳອິດທີ່ ຢູແກຼນ ກຳມະສິດປະລິມານເຮືອບິນຕໍ່ສູ້ປະເພດນີ້ ກໍຄືບັນດາລະບົບປ້ອງກັນອາກາດລຸ້ນໃໝ່. ໃນຂະນະນັ້ນ, ຕາມວັງ Élysée ແລ້ວ, ຂໍ້ຕົກລົງສະບັບດັ່ງກ່າວ, ດ້ວຍວິໄສທັດໄລຍະ 10 ປີ, ລວມມີບັນດາສັນຍາທີ່ມີກຳລັງບົ່ມຊ້ອນໃນອະນາຄົດກ່ຽວກັບເລື່ອງ ຢູແກຼນ ຊື້ອຸປະກອນປ້ອງກັນຊາດລຸ້ນໃໝ່ຈາກຝລັ່ງ, ລວມມີ ເຮືອບິນ Rafale ປະມານ 100 ລຳ ພ້ອມດ້ວຍອາວຸດຕິດພ້ອມ, ລະບົບປ້ອງກັນອາກາດ SAMP-T ລຸ້ນໃໝ່, ບັນດາລະບົບ radar, ລູກລະເບີດ AASM Hammer ແລະບັນດາເຮືອບິນບໍ່ມີຄົນຂັບຫຼາຍຊະນິດ.
ໃນວັນດຽວກັນ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (EC) ຮຽກຮ້ອງບັນດາປະເທດສະຫະພາບເອີຣົບ ເຫັນດີເປັນເອກະພາບຕໍ່ແຜນການຮັບປະກັນແຫຼ່ງການເງິນ ແລະການທະຫານໃຫ້ແກ່ ຢູແກຼນ ໃນໄລຍະ 2026-2027 ກ່ອນເດືອນທັນວາ, ດ້ວຍຄວາມຕ້ອງການທັງໝົດລວມມູນຄ່າ 135,7 ຕື້ເອີໂຣ (160 ຕື້ໂດລາສະຫະລັດ).
ແຫຼ່ງຄັດຈາກ vovworld.vn