ອີຢູ ບັນລຸໄດ້ຂໍ້ຕົກລົງຊົ່ວຄາວກ່ຽວກັບງົບປະມານແຫ່ງລັດປີ 2026
ວັນທີ 15 ພະຈິກ, ສະຫະພາບເອີຣົບ (EU) ໄດ້ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງຊົ່ວຄາວກ່ຽວກັບງົບປະມານປີ 2026 ພາຍຫຼັງການເຈລະຈາລະຫວ່າງຜູ້ຕາງໜ້າບັນດາປະເທດສະມາຊິກ ແລະລັດຖະສະພາເອີຣົບ (EP) ທີ່ໄດ້ດຳເນີນໃນວັນດຽວກັນ.