leftcenterrightdel
ພາບປະກອບ: REUTERS/Khaled Abdullah

ວັນທີ 15 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາມະຕິຕໍ່ກຳນົດເວລາບັນດາມາດຕະການລົງໂທດເລັ່ງໃສ່ກຳລັງ Houthi ໂດຍອີຣານ ໜູນຫຼັງຢູ່ ເຢແມນ. ຕາມມະຕິແລ້ວ, ບັນດາມາດຕະການອາຍັບຊັບສິນ ແລະຫ້າມການເດີນທາງໄປມາສຳລັບ 10 ສ່ວນບຸກຄົນ, ສ່ວນຫຼາຍແມ່ນການນຳຂັ້ນສູງ Houthi, ສືບຕໍ່ ຕໍ່ກຳນົດຮອດວັນທີ 14 ພະຈິກ 2026.

ຈີນ ແລະລັດເຊຍ ໄດ້ປ່ອນບັດຂາວໂດຍຄັດຄ້ານເລື່ອງປະເທດຈຳນວນໜຶ່ງສະເໜີເພີ່ມເຕີມບັນດາມາດຕະການຄວບຄຸມການເດີນທາງຢູ່ທະເລແດງ. ທ່ານ Geng Shuang ອັກຄະລັດຖະທູດຈີນ ໄດ້ຍົກອອກຄວາມວິຕົກກັງວົນວ່າບັນດາມາດຕະການນີ້ອາດສາມາດກໍ່ຜົນສະທ້ອນຕໍ່ຄວາມເສລີໃນການເດີນເຮືອ, ການຄ້າສາກົນ ແລະບໍ່ເໝາະສົມກັບກົດໝາຍສາກົນ. ສ່ວນທ່ານນາງ Anna Evstigneeva ຜູ້ຕາງໜ້າລັດເຊຍ ຖືວ່າ ເອກະສານມະຕິທີ່ມີລັກສະນະ, ພ້ອມທັງເນັ້ນໜັກເຖິງບົດບາດຂອງບັນດາປະເທດໃນພາກພື້ນ Saudi Arabia, UAE, ອີຣານ ຄື Oman ແລະໃນວິວັດການແກ້ໄຂວິກິດການຢູ່ ເຢແມນ.

ແຫຼ່ງຄັດຈາກ: vovworld.vn