ວັນທີ 14 ພະຈິກ, ອຳນາດການປົກຄອງ ປາແລັດສະຕິນ (PA) ໄດ້ສະແດງຄວາມຊົມເຊີຍຕໍ່ຖະແຫຼງການຮ່ວມໂດຍ ອາເມລິກາ ແລະ ປະເທດອິດສະລາມຈຳນວນໜຶ່ງຍົກອອກມາກ່ອນນັ້ນໃນວັນດຽວກັນ, ໃນນັ້ນຢັ້ງຢືນແຜນການສັນຕິພາບ 20 ຈຸດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພື່ອແນໃສ່ຢຸດຕິສົງຄາມຢູ່ເຂດກາຊາເຊິ່ງ ຈະເປີດຊ່ອງທາງມຸ່ງໄປເຖິງການສ້າງລັດ ປາແລັດສະຕິນ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ຖະແຫຼງການຮ່ວມໂດຍອາເມລິກາ, ກາຕາ, ເອຢິບ, ສະຫະລັດ ອາຣັບ ເອມີເລັດ (UAE), ຊາອຸດິ ອາຣາເບຍ, ອິນໂດເນເຊຍ, ປາກິດສະຖານ, ຈໍແດນ ແລະ ຕວັກກີ ໄດ້ຍົກອອກມາ, ໃນນັ້ນສະແດງຫຼັກໝັ້ນສະໜັບສະໜູນຕໍ່ຮ່າງມະຕິຂອງສະມັດຊາໃຫຍ່ ສປຊ ໂດຍ ວໍຊິງຕັນຮຽບຮຽງ ກ່ຽວກັບການສ້າງກຳລັງຮັກສາສະຖຽນລະພາບສາກົນຢູ່ເຂດກາຊາ. ຈຸດພົ້ນເດັ່ນສຳຄັນຂອງຖະແຫຼງການຮ່ວມແມ່ນຄຳໝັ້ນສັນຍາສ້າງວິວັດການມຸ່ງໄປເຖິງການສ້າງລັດ ປາແລັດສະຕິນ.

ແຫຼ່ງຄັດຈາກ: vovworld.vn