ລັດຖະບານອັງກິດຈະປະກາດບ້ວງປະຕິຮູບຢ່າງຮອບດ້ານເພື່ອແນໃສ່ຮັດແໜ້ນວຽກງານຄວບຄຸມການເຂົ້າເມືອງແບບຜິດກົດໝາຍ, ລວມມີການຍູ້ແຮງການເນລະເທດຜູ້ເຂົ້າເມືອງແບບຜິດກົດໝາຍ ແລະດັດປັບບັນດາປັດໄຈທີ່ໄດ້ຮັບຖືວ່າ ເຮັດໃຫ້ອັງກິດກາຍເປັນສະຖານທີ່ດຶງດູດໃຈ ສຳລັບຜູ້ຂໍລີ້ໄພ. ນີ້ຈະແມ່ນບັນດາການປັບປຸງຢ່າງເລິກເຊິ່ງທີ່ສຸດ ເພື່ອແນໃສ່ແກ້ໄຂບັນຫາອົບພະຍົບແບບຜິດກົດໝາຍໃນຍຸກສະໄໝ”.

leftcenterrightdel
ພາບປະກອບຈາກ The Independent.

ທ່ານລັດຖະມົນຕີກະຊວງພາຍໃນ ອັງກິດ Shabana Mahmood ຢັ້ງຢືນຄືດັ່ງກ່າວໃນວັນທີ 14 ພະຈິກ. ກະຊວງພາຍໃນກຸ່ມອັງກິດກໍ່ຄາດວ່າຮຽກຮ້ອງຄົນອົບພະຍົບຕ້ອງແຈ້ງຕົນເອງພາຍຫຼັງເຂົ້າເມືອງຢ່າງທັນທີຖ້າເຂົາເຈົ້າແມ່ນຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ, ແທນທີ່ໄດ້ຈະແຈ້ງບັນຫານີ້ໃນຈຸດເວລາສຸດທ້າຍຂອງບັນດາຄຳສັ່ງເນລະເທດເພື່ອໂຈະການປະຕິບັດ.

ແຫຼ່ງຄັດຈາກ: vovworld.vn