ຮຸງກາຣີ ຖະແຫຼງຈະຮ້ອງຟ້ອງ EU ກ່ຽວກັບແຜນການລົບລ້າງພະລັງງານ ລັດເຊຍ
ຮຸງກາຣີ ຈະຄັດຄ້ານແຜນການຂອງ ສະຫະພາບ ເອີລົບ (EU) ເພື່ອແນໃສ່ຢຸດຕິການນຳເຂົ້າພະລັງງານຈາກລັດເຊຍ ແລະ ນຳເຫດການຂຶ້ນສານ EU.
ກ່າວຄຳເຫັນທາງຊ່ອງໂທລະພາບແຫ່ງຊາດ ຮຸງກາຣີ, ວັນທີ 14 ພະຈິກ ທ່ານ ນາຍົກລັດຖະມົນຕີ Viktor Orbán ໄດ້ຕຳໜິຕິຕຽນແຜນການຂອງ EU ແນໃສ່ຢຸດຕິການນຳເຂົ້າພະລັງງານລັດເຊຍ, ພ້ອມທັງກ່າວເຕືອນວ່າ EU ສວຍໃຊ້ຊ່ອງຫວ່າງຂອງກົດໝາຍ ເພື່ອຂ້າມຜ່ານສິດປະຕິເສດຂອງປະເທດນີ້ຕໍ່ບັນດາຄຳສັ່ງລົງໂທດພະລັງງານລັດເຊຍ.
ຕາມທ່ານ Viktor Orbán ແລ້ວ, EU ພວມນຳໃຊ້ບັນດາມຂໍ້ກຳນົດດ້ານການຄ້າເພື່ອບັງຄັບລົບລ້າງການນຳເຂົ້ານ້ຳມັນ ແລະ ອາຍແກັນຈາກລັດເຊຍ ຢ່າງສົມບູນນັບແຕ່ທ້າຍປີ 2027, ແທນທີ່ຜ່ານກົນໄກເຫັນດີເຫັນພ້ອມ ເຊິ່ງຮຽກຮ້ອງຕ້ອງມີຄວາມເຫັນດີຈາກທຸກປະເທດສະມາຊິກ. ນີ້ໄດ້ຮັບຖືວ່າແມ່ນການກະທຳລະເມີດກົດໝາຍ ເອີລົບ ແລະ ຮຸງກາຣີ ຮຽກຮ້ອງສານຍຸຕິທຳ ເອີລົບ ແກ້ໄຂບັນຫານີ້ ເພື່ອຮັບປະກັນຄວາມຍິຕິທຳ.
ແຫຼ່ງຄັດຈາກ: vovworld.vn