ປະເທດ ຝລັ່ງ ອາໄລຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີຢູ່ ປາຣີ ຄົບຮອບ 10 ປີ
ວັນທີ 13 ພະຈິກ, ປະເທດ ຝລັ່ງ ໄດ້ຈັດຫຼາຍພິທີເພື່ອອາໄລຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີທີ່ນອງເລືອດເກີດຂຶ້ນໃນຄ່ຳຄືນວັນທີ 13 ພະຈິກ 2015 ຄົບຮອບ 10 ປີ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 130 ຄົນ ແລະ ສັ່ນສະເທືອນໄປທົ່ວໂລກ.
ເມື່ອກ່າວຄຳເຫັນທີ່ພິທີອາໄລຫາທີ່ຈັດຂຶ້ນຢູ່ໂຮງລະຄອນ Bataclan, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ເປັນເຈົ້າການຮັບມືກັບບັນດາຮູບແບບບຸກໂຈມຕີຫົວຮຸນແຮງແບບໃໝ່.
    |
 |
|
ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ. ພາບ: nhandan.vn |
“ເປັນໄລຍະ 10 ປີ ພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດທີ່ສຸດ, ພວກເຮົາໄດ້ເຮັດທຸກສິ່ງທຸກຢ່າງທີ່ສາມາດສະກັດກັ້ນ ແລະຍູ້ລັດທິສ່ຽງຕາຍຕໍ່ສູ້ຈາກພາຍນອກໃຫ້ຖອຍໄປ. ແຕ່ມັນພັດປະກົດຂຶ້ນດ້ວຍຮູບແບບອື່ນ, ຈາກພາຍໃນ, ມິດງຽບ, ຍາກທີ່ຈະຮັບຮູ້ ແລະ ຄາດຄະເນລ່ວງໜ້າກວ່າເກົ່າ. ຕໍ່ໜ້າສະພາບການຕົວຈິງນັ້ນ, ຝລັ່ງ ຢັ້ງຢືນວ່າ ຈະຢຶດໝັ້ນປະຕິບັດການຕໍ່ສູ້ກໍ່ການຮ້າຍ, ພ້ອມທັງໃຫ້ຄຳໝັ້ນສັນຍາປົກປັກຮັກສາບັນດາຄຸນຄ່າແກ່ນສານແຫ່ງຄວາມຍຸຕິທຳ ແລະ ເສລີພາບ”.
ກໍໃນວັນທີ 13 ພະຈິກ, ຢູ່ບັນດາສະຖານທີ່ເຄີຍຖືກບຸກໂຈມຕີ ຄື: ຮ້ານກາເຟ, ພັດທະຄານ, ຫ້ອງປະສານສຽງ ແລະສະໜາມກິລາ Stade de France, ປະຊາຊົນ ແລະ ບັນດາເຈົ້າໜ້າທີ່ໄດ້ວາງດອກໄມ້, ຈູດທູດ, ໄຕ້ທຽນເພື່ອອາໄລຫາຜູ້ປະສົບເຄາະຮ້າຍໃນເຫດການນີ້.
ແຫຼ່ງຄັດຈາກ vovworld.vn