ກອງປະຊຸມສາກົນ ຄັ້ງທີ 4 ກ່ຽວກັບການ ປ້ອງກັນ, ຕ້ານອາດຊະຍາກຳທະເລ ໄດ້ດຳເນີນໃນວັນທີ 13 – 14 ພະຈິກ, ຢູນະຄອນ Incheon. ເຫດການໂດຍທະຫານ ສ.ເກົາຫຼີ (KCG) ຈັດຂຶ້ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການພາຍໃນ ແລະ ນອກສ.ເກົາຫຼີ ເພື່ອແນໃສ່ຮັບມືຢ່າງມີປະສິດທິຜົນກັບອາດຊະຍາກຳຂ້າມຊາຍແດນຄື ການຄ້າເຖື່ອນ, ເຂົ້າເມືອງຜິດກົດໝາຍ ແລະ ຮົ່ວໄຫຼເຕັກໂນໂລຢີອຸດສາຫະກຳ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຂອງ 10 ອົງການສ.ເກົາຫຼີ ແລະ 10 ອົງການສາກົນ, ໃນນັ້ນມີກົມສືບສວນ ສະຫະລັດ ອາເມລິກາ (FBI), ກອງກຳລັງປ້ອງກັນ ທະເລ ອາເມລິກາ (USCG), ກົມປ້ອງກັນຄວາມໝັ້ນຄົງໃນການເດີນເຮືອ ຍີ່ປຸ່ນ ແລະກຳລັງປ້ອງກັນເຂດຊາຍແດນ ຟີລິບປິນ, ໄທ. ກອງປະຊຸມໄດ້ສຸມໃສ່3 ຫົວຂໍ້ຫຼັກ: ການຄ້າເຖື່ອນ ແລະ ການເຂົ້າເມືອງແບບຜິດກົດໝາຍຢູ່ທະເລ, ການຄ້າຂາຍ, ຂົນສົ່ງຢາເສັບຕິດທາງທະເລ ແລະສະກັດກັ້ນການຮົ່ວໄຫຼ ເຕັກໂນໂລຢີໃນຂະແໜງອຸດສາຫະກຳທາງທະເລ. ບັນດາຝ່າຍໄດ້ແບ່ງປັນບົດຮຽນປະສົບການ, ຍົກອອກບັນດາເຫດການ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການຮ່ວມມືໃນຕົວຈິງເພື່ອມຸ່ງໄປເຖິງການເພີ່ມທະວີຄວາມສາມາດໃນການສົມທົບກັນຮັບມື.

ແຫຼ່ງຄັດຈາກ: vovworld.vn