ນາຍົກລັດຖະມົນຕີ ມາເລເຊຍ ໂອ້ລົມທາງໂທລະສັບກັບການນຳ ໄທ, ກຳປູເຈຍ ກ່ຽວກັບບັນຫາຊາຍແດນ
ໃນການໂອ້ລົມທາງໂທລະສັບ, 2 ຝ່າຍລ້ວນແຕ່ໃຫ້ຄຳໝັ້ນສັນຍາຊອກຫາມາດະການສັນຕິພາບ, ສອດຄ່ອງກັບຄວາມຮັບຮູ້ລວມທີ່ບັນລຸໄດ້ໃນຖະແຫຼງການວ່າດ້ວຍວິວັດທະນາການສ້າງສັນຕິພາບ, ເຊິ່ງໄດ້ລົງນາມກ່ອນໜ້ານັ້ນ ຢູ່ ມາເລເຊຍ ໃນທ້າຍເດືອນ ຕຸລາ 2025.
ວັນທີ 13 ພະຈິກ, ທ່ານ Datuk Seri Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ໃຫ້ຮູ້ວ່າ ທ່ານ ດຳເນີນການໂອ້ລົມທາງໂທລະສັບຢ່າງຕັ້ງໜ້າກັບທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ໄທ ແລະ ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ ເພື່ອປຶກສາຫາລືກ່ຽວກັບວິວັດທະນາການມານະພະຍາຍາມຍາດເອົາສັນຕິພາບ, ພາຍຫຼັງການຂັດແຍ້ງທີ່ເກີດຂຶ້ນຢູ່ເຂດຊາຍແດນລະຫວ່າງສອງປະເທດ. ໃນການໂອ້ລົມທາງໂທລະສັບ, 2 ຝ່າຍລ້ວນແຕ່ໃຫ້ຄຳໝັ້ນສັນຍາຊອກຫາມາດະການສັນຕິພາບ, ສອດຄ່ອງກັບຄວາມຮັບຮູ້ລວມທີ່ບັນລຸໄດ້ໃນຖະແຫຼງການວ່າດ້ວຍວິວັດທະນາການສ້າງສັນຕິພາບ, ເຊິ່ງໄດ້ລົງນາມກ່ອນໜ້ານັ້ນ ຢູ່ ມາເລເຊຍ ໃນທ້າຍເດືອນ ຕຸລາ 2025.
    |
 |
|
ທ່ານ Datuk Seri Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ. ພາບ: Reuters |
ທ່ານນາຍົກລັດຖະມົນຕີ ມາເລເຊຍ ຢັ້ງຢືນຄືນຄວາມປາດຖະໜາຢາກມີນ້ຳໃຈມິດຕະພາບ ແລະຄຳສັ່ງຢຸດຍິງລະຫວ່າງ ໄທ ແລະ ກຳປູເຈຍ ສືບຕໍ່ປັບປຸງຕາມເນື້ອໃນຂອງຖະແຫຼງການວ່າດ້ວຍວິວັດທະນາການສ້າງສັນຕິພາບ. ມາເລເຊຍ ຈະສືບຕໍ່ກຽມພ້ອມສວມບົດບາດເປັນກາງໜູນຊ່ວຍ, ປະກອບສ່ວນຊຸກຍູ້ວິວັດທະນາການມຸ່ງໄປເຖິງສັນຕິພາບນີ້. ການນຳ ມາເລເຊຍ ຫວັງວ່າ ທັງສອງປະເທດຈະສືບຕໍ່ສະແດງຄວາມຕັດສິນໃຈໃນການຟື້ນຟູສະຖຽນລະພາບຢູ່ເຂດຊາຍແດນ, ເພື່ອຄວາມປອດໄພຂອງປະຊາຊົນສອງປະເທດ ກໍຄືສັນຕິພາບແບບຍືນຍົງໃນພາກພື້ນ.
ໃນການຜັນແປໜຶ່ງທີ່ກ່ຽວຂ້ອງ ໃນວັນທີ 13 ພະຈິກ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ມາເລຊຍ Datuk Seri Mohamad Hasan ໃຫ້ຮູ້ວ່າ ມາເລເຊຍ ພ້ອມແລ້ວທີ່ຈະຈັດການສົນທະນາລະຫວ່າງ ໄທ ແລະ ກຳປູເຈຍ ຂຶ້ນທີ່ ມາເລເຊຍ ເພື່ອແນໃສ່ປະກອບສ່ວນຮັກສາຂໍ້ຕົກລົງຢຸດຍິງລະຫວ່າງສອງປະເທດ. ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ ກໍຢັ້ງຢືນຄືນການສະໜັບສະໜູນ ແລະ ການຮ່ວມມືຂອງທັງ ໄທ ແລະ ກຳປູເຈຍ ຕໍ່ໜ້າບັນດາຄວາມມານະພະຍາຍາມຂອງປະເທດນີ້.
ແຫຼ່ງຄັດຈາກ vovworld.vn