UOB ຍົກລະດັບການຄາດຄະເນການເຕີບໂຕ GDP ຫວຽດນາມ ປີ 2025 ຂຶ້ນເປັນ 7,7%
ຕາມບົດລາຍງານຂອງ UOB, ໝາກຜົນການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2025 ມາຮອດປະຈຸບັນໄດ້ລື່ນກາຍຄາດຫວັງ...
ການເຕີບໂຕທັງປີຂອງ ຫວຽດນາມ ອາດສາມາດບັນລຸລະດັບ 7,7%. ນີ້ແມ່ນການຄາດຄະເນໂດຍທະນາຄານ UOB (ສິງກະໂປ) ຍົກອອກມາໃນບົດລາຍງານແງ່ຫວັງເສດຖະກິດຫວຽດນາມ ໄຕມາດທີ 4 ປີ 2025 ທີ່ປະກາດໃນວັນທີ 10 ພະຈິກ.
ຕາມບົດລາຍງານຂອງ UOB, ໝາກຜົນການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2025 ມາຮອດປະຈຸບັນໄດ້ລື່ນກາຍຄາດຫວັງ, ໂດຍບໍ່ຫົວຊາຕໍ່ຄວາມສ່ຽງຈາກນະໂຍບາຍພາສີຂອງ ອາເມລິກາ. ດ້ວຍລະດັບເຕີບໂຕ 7,85% ໃນ 3 ໄຕມາດທຳອິດຂອງປີ 2025, ແງ່ຫວັງຂອງທັງປີຍັງຕັ້ງໜ້າຢູ່. ສະນັ້ນ, UOB ໄດ້ດັດປັບການຄາດຄະເນການເຕີບໂຕຂອງຫວຽດນາມ ຈາກລະດັບ 7,5% ກ່ອນໜ້ານັ້ນຂຶ້ນເປັນ 7,7%. ດ້ານອື່ນ, UOB ກໍ່ຄາດຄະເນວ່າ ທ້າຍປີ, ຫວຽດນາມ ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງໃນສະພາບຄວາມເຄັ່ງຕຶງດ້ານການຄ້າ ແລະພາສີອາກອນ, ສະນັ້ນ, UOB ຍັງຮັກສາລະດັບການຄາດຄະເນການເຕີບໂຕໃນໄຕມາດທີ 4 ປີ 2025 ຂອງ ຫວຽດນາມ ຢູ່ລະດັບ 7,2%.
ແຫຼ່ງຄັດຈາກ: vovworld.vn