ລັດເຊຍ ພ້ອມແລ້ວທີ່ຈະຕໍ່ກຳນົດເວລາ New START - ຄຳໝັ້ນສັນຍາປະຕິບັດຕາມຄຳສັ່ງເກືອດຫ້າມທົ່ວໂລກກ່ຽວກັບນິວເຄຼຍ
ວັນທີ 11 ພະຈິກ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ຖະແຫຼງວ່າ ລັດເຊຍ ພ້ອມແລ້ວທີ່ຈະຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດຍຸດທະສາດໃໝ່ (New START) ຕື່ມອີກ 1 ປີ ກ່ອນທີ່ເອກະສານສະບັບນີ້ຈະໝົດຜົນສັກສິດໃນວັນທີ 5 ກຸມພາ 2026, ພ້ອມທັງຢັ້ງຢືນວ່າ ລັດເຊຍ ບໍ່ມີແຜນການດຳເນີນການທົດລອງນິວເຄຼຍ ເວັ້ນເສຍແຕ່ເມື່ອປະເທດອື່ນທີ່ຖືກຳມະສິດອາວຸດນິວເຄຼຍ ເຮັດສິ່ງດັ່ງກ່າວກ່ອນ.
ຕາມສຳນັກຂ່າວສານ TASS ໄດ້ກ່າວປາໄສຕໍ່ເຈົ້າໜ້າທີ່ ລັດເຊຍ, ທ່ານ Sergey Lavrov ໃຫ້ຮູ້ວ່າ ເລື່ອງຕໍ່ກຳນົດເວລາ New START “ອາດຈະໄດ້ປະກາດບໍ່ວ່າໃນຈຸດເວລາໃດກ່ອນວັນທີ 5 ກຸມພາ 2026”. ທ່ານເນັ້ນໜັກວ່າ ນີ້ແມ່ນການກະທຳດ້ວຍເຈດຕະນາລຳພັງໃຈຝ່າຍດຽວຂອງ ລັດເຊຍ ເຊິ່ງບໍ່ຈຳເປັນດຳເນີນບັນດາວາລະປຶກສາຫາລືທີ່ສັບສົນກັບອາເມລິກາ, ພ້ອມທັງຖືວ່າ ວໍຊິງຕັນ ພຽງແຕ່ຖະແຫຼງຈະຮັກສາບັນດາຂໍ້ຈຳກັດຂອງສົນທິສັນຍາພາຍໃນ 1 ປີ ເພື່ອສະແດງການສະໜັບສະໜູນ.
ຕາມທ່ານ Lavrov ແລ້ວ, ສອງຝ່າຍລ້ວນແຕ່ເຂົ້າໃຈແຈ້ງກ່ຽວກັບກຳລັງຄວາມສາມາດຍຸດທະສາດຂອງກັນ ແລະຕ້ອງຍາດເວລາ “ໃຈເຢັນຕີລາຄາຄືນສະພາບການທັງໝົດ, ແຍກບັນຫາ ຢູແກຼນ ອອກ ແລະພ້ອມກັນຮັບຜິດຊອບກ່ຽວກັບຄວາມໝັ້ນຄົງທົ່ວໂລກ, ພິເສດແມ່ນໃນການສະກັດກັ້ນສົງຄາມນິວເຄຼຍ”.
ແຫຼ່ງຄັດຈາກ: vovworld.vn