ຕາມແຈ້ງການຂອງກອງບັນຊາການກຳລັງທະຫານເຮືອ  ອາເມລິກາ ຮັບຜິດຊອບພາກພື້ນ ອາເມລິກາໃຕ້ ແລະກາຣີເບ ແລ້ວ, ກໍາປັ່ນ​ສະໜາມບິນໃຫຍ່ທີ່ສຸດໃນໂລກ ທີ່ມີຊື່ວ່າ USS Gerald R. Ford ໄດ້ເດີນທາງໄປຍັງເຂດຮັບຜິດຊອບຂອງກົມກອງນີ້. ເລື່ອງຜັນຂະຫຍາຍໄດ້ປະຕິບັດຕາມຄຳສັ່ງປະກາດໃຊ້ກ່ອນນີ້ເກືອບ 3 ອາທິດ, ແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມສະກັດກັ້ນການເຄື່ອນໄຫວຊື້ຂາຍຢາເສບຕິດໃນພາກພື້ນນີ້.

ປັດຈຸບັນ, ອຳນາດການປົກຄອງຂອງ ທ່ານ Donald Trump ພວມດຳເນີນບັ້ນຮົບການທະຫານເປີດກວ້າງຢູ່ເຂດ ກາຣີເບ ແລະທາງທິດຕາເວັນອອກ ປາຊີຟິກ, ຜັນຂະຫຍາຍກຳລັງທະຫານເຮືອ ແລະທະຫານອາກາດ, ແນໃສ່ສືບສວນບັນດາກໍາປັ່ນ​ ເຊິ່ງ ອາເມລິກາ ກ່າວຫາວ່າຂົນສົ່ງຢາເສບຕິດ.

ແຫຼ່ງຄັດຈາກ: vovworld.vn