ກວ່າ 50% ຈຳນວນພົນລະເມືອງ ອີຢູ ສະໜັບສະໜູນການເປີດກວ້າງກຸ່ມ
ການສຳຫຼວດຄັ້ງຫຼ້າສຸດໃຫ້ຮູ້ວ່າ 56% ຈຳນວນພົນລະເມືອງສະຫະພາບເອີຣົບ (ອີຢູ) ສະໜັບສະໜູນນະໂຍບາຍຂະຫຍາຍກຸ່ມ.
ຕາມໝາກຜົນການສຳຫຼວດໂດຍ Eurobarometer ປະຕິບັດແລ້ວ, ບັນດາປະເທດສະມາຊິກອີຢູ ມີອັດຕາປະຊາຊົນສະໜັບສະໜູນສູງສຸດແມ່ນ ຊູແອັດ (79%), ແດນມາກ (75%) ແລະລິດວາ (74%). ກົງກັນຂ້າມ, ບັນດາປະເທດທີ່ມີອັດຕາຕ່ຳສຸດແມ່ນ ໂອຕາລິດ (45%), ສ.ເຊັກໂກ (43%) ແລະຝຣັ່ງ (43%).
ການສຳຫຼວດກໍຊີ້ໃຫ້ເຫັນວ່າ 37% ຈຳນວນຜູ້ຖືກຖາມຖືວ່າ ເລື່ອງເປີດກວ້າງອີຢູ ຈະຊ່ວຍເພີ່ມທະວີຜົນກະທົບຂອງກຸ່ມ, ພ້ອມທັງປັບປຸງຕະຫຼາດເອີຣົບ. ນອກຈາກນັ້ນ, 30% ຖືວ່າ ການເປີດກວ້າງກຸ່ມ ຈະເຮັດໃຫ້ນ້ຳໃຈສາມັກຄີຂອງບັນດາປະເທດສະມາຊິກເພີ່ມຂຶ້ນ.
ແຫຼ່ງຄັດຈາກ vovworld.vn