ກຳລັງກູ້ໄພກູ້ຊີບ ບໍ່ພົບເຫັນສັນຍານບົ່ງບອກເຖິງສິ່ງມີຊີວິດໃນເຫດໂຮງຮຽນຖະຫຼົ່ມຢູ່ ອິນໂດເນເຊຍ
ໂຮງຮຽນ Al Khoziny ຖືກຖະຫຼົ່ມໃນວັນທີ 29 ກັນຍາຜ່ານມາ ແມ່ນພວມຢູ່ໃນວິວັດການກໍ່ສ້າງ. ໃນຂະນະທີ່ ບັນດານັກຮຽນ ພວມສວດມົນຕອນບ່າຍຢູ່ຊັ້ນລຸ່ມຂອງຕຶກອາຄານດັ່ງກ່າວ, ບັນດາຊັ້ນເທິງທີ່ພວມດຳເນີນການກໍ່ສ້າງນັ້ນ ໄດ້ລົ້ມຖະຫຼົ່ມລົງມາ.